ເຫດການ ຊາຍອັຟການິສຖານຄົນໜຶ່ງສົ່ງລູກຂ້າມກຳແພງສະໜາມບິນນະຄອນຄາບຸລໃຫ້ທະຫານອາກາດສະຫະລັດ

ອີງຕາມ ການລາຍງານຂ່າວຂອງສຳນັກຂ່າວເດລີເມວ ວັນທີ 21 ສິງຫາ 2021 ນີ ໃຫ້ວ່າ: ຈາກເຫດການຈະລາຈົນທີ່ເກີດຂຶ້ນຢູ່ສະໜາມບິນ ນະຄອນຄາບູລ ປະເທດ ອັຟການິສຖານ ສ້າງຄວາມຢ້ານກົວໃຫ້ປະຊາຊົນຈຳນວນຫລາຍ ເຊິ່ງເຫດການດັ່ງກ່າວໄດ້ມີພາບສະເທືອນໃຈເກີດຂຶ້ນ ຄືມີຊາຍຄົນໜຶ່ງ ສົ່ງລູກນ້ອຍທີ່ອາຍຸບໍ່ພໍເທົ່າໃດເດືອນຂ້າມກຳແພງທີ່ເຕັມໄປດ້ວຍລວດໜາມ ໃຫ້ແກ່ທະຫານກາດຂອງສະຫະລັດ ພວມຢື້ລົງມາຮັບເອົາເດັກນ້ອຍຄົນດັ່ງກ່າວນັ້ນ.
ພາບດັ່ງກ່າວໄດ້ຖືກເຜີຍແຜ່ລົງໃນໂຊຊຽວມີເດຍ ໄດ້ສ້າງຄວາມສະເທືອນໃຈໃຫ້ກັບຊາວໂລກ ກາຍເປັນກະແສຊົ່ວຂ້າມຄືນ.
ເຖິງຢ່າງໃດກໍຕາມ ມີຫລາຍຄົນສົ່ງໄສວ່າອາດເປັນພາບທີ່ຖືກຕັດຕໍ່ ແຕ່ກີການອອກມາຢືນຢັນຂອງ ພົນຕີ ຈິມ ສະເຕນເກີ ອອກມາຢືນຢັນວ່າເປັນເຫດການຈິງ, ພາບຈິງ ບໍ່ມີການຕັດຕໍ່ແຕ່ຢ່າງໃດ ເຊິ່ງເດັກນ້ອຍຄົນນັ້ນ ເປັນເພດຍິງ ພາຍຫລັງທະຫານອາກາດໄດ້ຮັບເດັກນ້ອຍມາແລ້ວກໍສົ່ງໃຫ້ໜ່ວຍງານແພດຢູ່ໃນສະໜາມບິນເບິ່ງແຍງ, ປັດຈຸບັນເດັກນ້ອຍຄົນນັ້ນມີຄວາມປອດໄພໄດ້ພົບກັບພໍ່ແມ່ແລ້ວ.

