ບຸນຊ່ວງເຮືອປະເພນີທ່າວັດຈັນປີນີ້ ບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ ແຕ່ອະນຸຍາດໃຫ້ນຳໃຊ້ໄດ້ແຕ່ເຄື່ອງສຽງທີ່ມີລະດັບສຽງເໝາະສົມ

ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ນະຄອນຫລວງວຽງຈັນໃຫ້ສຳພາດວັນທີ 28 ຕຸລາ 2023 ວ່າ: ຂ້າພະເຈົ້າຂໍປະຊາສຳພັນໃຫ້ຊາວຄ້າຂາຍພາຍໃນງານບຸນ ແລະ ຊາວນະຄອນຫລວງວຽງຈັນໃຫ້ເຂົ້າໃຈນຳກັນວ່າ ການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີທ່າວັດຈັນປະຈຳປີ 2023 ນີ້ແມ່ນຈັດຂຶ້ນເພື່ອສືບທອດຕາມຮີດຄອງປະເພນີອັນດີງາມຂອງຊາດ ແລະ ເພື່ອຮັກສາຮີດຄອງປະເພນີອັນດີງາມ ແລະ ເປັນການສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ປະພໍ່ແມ່ປະຊາຊົນ ດັ່ງນັ້ນປີນີ້ຄະນະກຳມະການຈັດງານບຸນຂອງພວກເຮົາໄດ້ອອກລະບຽບບໍ່ອະນຸຍາດໃຫ້ທຸກຮ້ານທີ່ຢູ່ພາຍໃນງານບຸນນຳໃຊ້ເຄື່ອງສຽງຂະຫຍາຍໃຫຍ່ເພື່ອເປີດເພງສຽງດັງແຂ່ງຂັນກັນ ຄືປີຜ່ານໆມາ ເພາະສົ່ງຜົນໃຫ້ບັນຍາກາດພາຍໃນງານບຸນມີສຽງດັງເນືອງນັນເກີນກຳນົດ ບັນຫານີ້ແມ່ນເປັນບັນຫາທີ່ເກີດຂຶ້ນໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີທ່າວັດຈັນໃນທຸກປີ ດັ່ງນັ້ນ ເພື່ອແກ້ບັນຫາດັ່ງກ່າວທາງຄະນະມະການຈັດງານບຸນແມ່ນໄດ້ຮັບການຮ່ວມປຶກສາຫາລືກັບຫຼາຍພາກສ່ວນຄື: ກອງບັນຊາການປ້ອງກັນຄວາມສະຫງົບ ນວ ທະຫານ ນວ ແລະ  ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ເປັນເອກະພາບກັນໃນການຄວບຄຸມສຽງເນືອງນັນໃນງານບຸນຄັ້ງນີ້ໂດຍບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ເປີດເພງແຂ່ງຂັນກັນ ແຕ່ອະນຸຍາດໃຫ້ນຳໃຊ້ໄດ້ແຕ່ເຄື່ອງສຽງທີ່ມີລະດັບສຽງທີ່ເໝາະສົມ ນຳໃຊ້ເຂົ້າໃນການໂຄສະນາສິນຄ້າ ເຊິ່ງອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່ແຕ່ຈຸດດຽວຄື ເວທີກາງສະແດງສີລະປະວັນນະຄະດີພື້ນເມືອງ ເພື່ອສ້າງບັນຍາກາດຟົດຟື້ນໃຫ້ບັນດາພໍ່ແມ່ປະຊາຊົນທີ່ເຂົ້າມາຮ່ວມໃນງານໄດ້ຮັບຊົມຮັບຟັງສິລະປະວັນນະຄະດີທີ່ເປັນການສືບທອດກັນມາແຕ່ບູຮານນະການ.

ຜ່ານການຈັດງານບຸນຄັ້ງນີ້ໄລຍະ 2 ມື້ຜ່ານມາ ເຫັນວ່າງານບຸນປີນີ້ມີບັນຍາກາດທີ່ດີຫຼາຍເມື່ອທຽບໃສ່ງານບຸນໃນປີຜ່ານໆມາ ເຊິ່ງປະຊາຊົນສ່ວນໃຫຍ່ແມ່ນເຫັນດີເຫັນພ້ອມໃນການບໍ່ອະນຸຍາດໃຫ້ຫ້າງຮ້ານນຳໃຊ້ເຄື່ອງຂະຫຍາຍສຽງຂະໜາດໃຫຍ່ ເປັນການປ່ຽນແປງຈາກງານບຸນເມື່ອກ່ອນເກີດມີສຽງເນືອງນັນ ກ້າວສູ່ເຮັດໃຫ້ງານບຸນມີບັນຍາກາດອັນໃໝ່ທີ່ດີຂຶ້ນ ນັ້ນກໍເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີບັນຍາກາດອັນໃໝ່ທີ່ບໍ່ມີສຽງເນືອງນັນ.

​ເພື່ອສືບຕໍ່ໃຫ້ງານບຸນຄັ້ງນີ້ມີບັນຍາກາດທີ່ດີ ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງບັນດາຮ້ານຕ່າງໆ ແລະ ພໍ່ແມ່ປະຊາຊົນເຂົ້າໃຈວ່າທີ່ພວກເຮົາຈັດຕັ້ງປະຕິບັດໃນການຄວບຄຸມສຽງເນື່ອງນັ່ນນັ້ນແມ່ນເຮັດເພື່ອໝົດທຸກຄົນ ການຈັດງານບຸນນີ້ແມ່ນເພື່ອສັງຄົມ ເພື່ອພໍ່ແມ່ປະຊາຊົນ ສະນັ້ນທຸກຄົນຕ້ອງພ້ອມກັນເປັນເຈົ້າພາບທີ່ດີນຳກັນ ແລະ ພ້ອມພຽງຮຽງໜ້າຮ່ວມກັນໃນການຈັດຕັ້ງປະຕິບັດ ດັ່ງຂໍ້ຕົກລົງຂອງທ່ານເຈົ້າຄອງວ່າດ້ວຍການແກ້ໄຂສຽງເນື່ອງນັ່ນໃຫ້ໄດ້ໃນລະດັບທີ່ດີ ເຊິ່ງພວກເຮົາກໍພ້ອມແລ້ວທີ່ຈະເຮັດເພື່ອປະຊາຊົນ.

​ໃນໄລຍະຈັດຕັ້ງປະຕິບັດການຄວບຄຸມສຽງດັ່ງເນືອງນັນໃນງານບຸນປີນີ້ ກໍບໍ່ໄດ້ສົ່ງຜົນກະທົບເຮັດໃຫ້ປະຊາຊົນ ກໍຄື ນັກທ່ອງທ່ຽວບໍ່ເຂົ້າມາທ່ອງທ່ຽວໃນການບຸນຄັ້ງນີ້ ແຕ່ຂົງກັນຂ້າມໃນໄລຍະສອງມື້ຜ່ານມາໄດ້ມີມວນຊົນຈຳນວນຫຼາຍ ລວມທັງນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າມາທ່ຽວຊົມງານເປັນຂະບວນຟົດຟື້ນ ແລະ ບໍ່ໄດ້ສົ່ງຜົນກະທົບຕໍ່ການຂາຍສິນຄ້າ ທີ່ສຳຄັນແມ່ນເຮັດໃຫ້ງານບຸນມີບັນຍາກາດທີ່ດີຂຶ້ນຖ້າທຽບໃສ່ປີຜ່ານໆມາ.

​ກ່ອນທີ່ຄະນະກຳມະການຈັດງານພວກເຮົາຈະຈັດຕັ້ງປະຕິບັດລະບຽບໃນການຄວບຄຸມສຽງເນື່ອງນັ້ນໂດຍບໍ່ອະນຸຍາດໃຫ້ຫ້າງຮ້ານພາຍໃນງານນຳໃຊ້ສຽງດັງເກີນກຳນົດນັ້ນແມ່ນໄດ້ມີການຖະແຫຼງຂ່າວຜ່ານສື່ມວນຊົນກ່ອນຈະມີງານຈັດງານບຸນ ແລະ ແຈ້ງໃຫ້ບັນດາຫ້າງຮ້ານຮັບຮູ້ຜ່ານລະບຽບການຄຸ້ມຄອງ ກະກຽມຈັດງານບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນປະຈຳປີ 2023.

ທີ່ມາ: ວຽງຈັນໃໝ່

#ຂ່າວພາຍໃນລາວພັດທະນາ #ບຸນຊ່ວງເຮືອປະເພນີທ່າວັດຈັນປີນີ້  #ບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງສຽງຂະໜາດໃຫຍ່