ຫົວໜ້າຄະນະຈັ້ງຕັ້ງສູນກາງພັກ ເນັ້ນໃຫ້ເອົາໃຈໃສ່ວຽກກໍ່ສ້າງພັກ-ພະນັກງານ ໃຫ້ມີຄຸນທາດ, ຈັນຍາບັນ-ຈັນຍາທໍາ ແລະ ໂປ່ງໃສທ່ຽງທໍາ

ໂອກາດດໍາເນີນກອງປະຊຸມສະຫລຸບວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳປີ 2022 ໃນວັນທີ 28 ທັນວາ 2022, ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັ້ງຕັ້ງສູນກາງພັກ (ຄຈສພ) ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມເອົາໃຈໃສ່ຕື່ມບາງບັນຫາສຳຄັນ ໃນວຽກງານກໍ່ສ້າງພັກ-ພະນາກງານ.
ທ່ານ ຫົວໜ້າຄະນະຈັ້ງຕັ້ງສູນກາງພັກ ໄດ້ເນັ້ນວ່າ: ຄະນະພັກ-ຄະນະຈັດຕັ້ງແລະ ກົມຈັດຕັ້ງ-ພະນັກງານ ທີ່ເປັນເສນາທິການຕ້ອງສືບຕໍ່ເອົາໃຈໃສ່ ສຶກສາອົບຮົມສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບໃຫ້ມີຄວາມຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງເຮັດໃຫ້ສະມາຊິກພັກ-ພະນັກງານຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທຳຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອຮັກສາ ແລະ ເສີມຂະຫຍາຍລັກສະນະນຳໜ້າຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ; ຕ້ອງໄດ້ເພີ່ມທະວີກໍ່ສ້າງ, ປັບປຸງຄຸນນະພາບຂອງສະມາຊິກພັກໃຫ້ແຂງແຮງກວ່າເກົ່າ, ຄະນະຈັດຕັ້ງ ແລະ ກົມຈັດຕັ້ງ-ພະນັກງານຕ້ອງແນະນໍາຄະນະໜ່ວຍພັກເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ ແລະ ມອບວຽກງານຕົວຈິງ ໃຫ້ແກ່ບັນດາສະມາຊິກພັກ ແລະ ຄຸ້ມຄອງຕິດຕາມ, ກວດກາການປະຕິບັດໜ້າທີ່ວຽກງານ.
ສໍາລັບວຽກພະນັກງານຕ້ອງເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມອົດທົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມໂປ່ງໃສ, ທ່ຽງທໍາໃນການປະຕິບັດໜ້າທີ່ວຽກງານ; ສືບຕໍ່ປະຕິບັດຕາມກົດລະບຽບຂອງພັກ ໝາຍວ່າລະບົບການຈັດຕັ້ງຂອງພັກ ແມ່ນໃຫ້ສ້າງຕາມລະບົບກົງຈັກບໍລິຫານລັດ, ສ່ວນການຈັດຕັ້ງຮາກຖານພັກ ນອກຈາກສ້າງຢູ່ບ້ານ, ສຳນັກງານອົງການຍັງສ້າງຕາມຫົວໜ່ວຍວິຊາການ, ການຜະລິດ ຫລື ຕາມຫົວໜ່ວຍທຸລະກິດໃຫ້ມີໜ່ວຍພັກນໍາພາ.
ທ່ານເນັ້ນອີກວ່າ: ເພື່ອຮັບປະກັນໃຫ້ວຽກງານພວກເຮົາມີຜົນສໍາເລັດ ສິ່ງສໍາຄັນແມ່ນຂຶ້ນກັບທຸກສະຫາຍທີ່ເປັນເສນາທິການໃຫ້ຄະນະພັກແຕ່ລະຂັ້ນ, ພວກເຮົາຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າ, ກວດຄືນບັນດານິຕິກໍາວຽກພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ກໍາໃຫ້ໄດ້ບັນດາກົດໝາຍທີ່ກ່ຽວຂ້ອງ, ບັນດາມະຕິ, ຂໍ້ຕົກລົງ, ດໍາລັດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາຄະນະຂອງພັກ, ກະຊວງ-ອົງການ ແລະ ທ້ອງຖິ່ນ, ລວມທັງນິຕິກໍາທີ່ຄະນະຈັດຕັ້ງສູນກາງພັກ ສົ່ງໃຫ້ແຕ່ລະພາກສ່ວນໃນແຕ່ລະໄລຍະ.

