ການຂາຍເຄື່ອງກວມຂອບທາງຍ່າງເຂດເມືອງສີສັດຕະນາກ ສ່ວນຫລາຍແມ່ນຢູ່ຖະໜົນດົງປ່າລານ ເຊິ່ງປີຜ່ານມາແກ້ໄຂໄດ້ 97 ຮ້ານ

ວັນທີ 22 ກຸມພາ 2023, ທ່ານ ສິງຫາ ວົງພັກດີ ຫົວໜ້າຫ້ອງວ່າການເມືອງສີສັດຕະນາກ ລາຍງານວຽກງານພາຍໃນປີຜ່ານມາຕໍ່ກອງປະຊຸມປະຈຳປີ 2022 ຂອງຄະນະສະມາຊິກສະພາປະຊາຊົນ ນະຄອນຫລວງ ປະຈຳເຂດເລືອກຕັ້ງເມືອງສີສັດຕະນາກ ກ່ຽວກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງສີສັດຕະນາກ, ແກ້ໄຂສິ່ງກີດຂວາງຕ່າງໆ, ເປັນຕົ້ນການປຸກສ້າງທີ່ບໍ່ຖືກຕ້ອງຕາມລະບຽບການ, ການຕໍ່ເທີບ-ເງີບ, ການປຸກຕູບຂາຍເຄື່ອງ, ຮ້ານຂາຍເຄື່ອງຊະຊາຍຕາມທາງ, ເຂດສະຫງວນທາງ, ການຈອດລົດຊະຊາຍ, ຮ້ານກິນດື່ມບັນເທີງ ທີ່ບໍ່ມີຄວາມສະຫງົບ, ບໍ່ເປັນລະບຽບຮຽບຮ້ອຍ ໃຫ້ມີຄວາມສະຫງົບ ສວຍງາມໃນຂອບເຂດພາຍໃນເມືອງ.
ໃນປີ 2022 ຜ່ານມາຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງເມືອງ ໄດ້ຈັດສັນການຂາຍເຄື່ອງກວມເອົາທາງຍ່າງຟຸດບາດເຂດສະຫງວນຂອງທາງຈຳນວນ 97 ຮ້ານ ໄດ້ເຮັດບົດບັນທຶກກ່າວເຕືອນສຶກສາອົບຮົມບໍ່ໃຫ້ລ່ວງລໍ້າ ທັງໝົດ 97 ຮ້ານ, ສ່ວນຫລາຍແມ່ນຢູ່ຖະໜົນດົງປ່າລານ, ຖະໜົນລາວໄທ, ຖະໜົນທ່າເດື່ອ, ຖະໜົນຄູວຽງ, ບໍລິເວນອ້ອມຮອບຕະຫລາດທົ່ງພານທອງ ແລະ ຕະຫລາດສວນມອນ ເຊິ່ງກວມເອົາທາງຍ່າງ 13 ໂຕະ ໄດ້ແນະນຳໃຫ້ຫຍັບເຂົ້າ ແລະ ເຮັດບົດບັນທຶກສຶກສາອົບຮົມ, ຈັດສັນຊາວຄ້າຂາຍທີ່ຈອດລົດຂາຍເຄື່ອງຕາມແຄມທາງ, ທາງຍ່າງ ແລະ ເຂດສະຫງວນ ລວມທັງໝົດ 44 ຄັນ, ເຮັດບົດກ່າວເຕືອນສຶກສາອົບຮົມໃຫ້ຢຸດເຊົາ ສ່ວນຫລາຍໃນບໍລິເວນອ້ອມຮອບໂຮງໝໍມະໂຫສົດ, ໜ້າສູນການຄ້າວຽງຈັນເຊັນເຕີ ແລະ ພາກຊັນ, ຖະໜົນຄູວຽງ ແລະ ຖະໜົນລາວ-ໄທ.
ນອກນີ້, ກໍໄດ້ສືບຕໍ່ເຮັດໜ້າທີ່ປະສານສົມທົບກັບອົງການປົກຄອງບ້ານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງ, ເຂດສະຫງວນທາງພາຍໃນເມືອງ ໂດຍແຕ່ລະພາກສ່ວນຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ແກ້ໄຂໃຫ້ສອດຄ່ອງຕາມພາລະບົດບາດແທດເໝາະກັບໂຕຈິງຕາມລະບຽບການທີ່ຂັ້ນເທິງວາງອອກແຕ່ລະໄລຍະໃຫ້ຖືກຕ້ອງຕາມນິຕິກຳ ເພື່ອຄວາມສະອາດຈົບງາມຂອງຕົວເມືອງ.
