ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ເມືອງສິງ ພ້ອມທັງຊີ້ນຳໃຫ້ເອົາໃຈໃສ່ສ້າງສາພັດທະນາເສດຖະກິດ

ວັນທີ 22 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ເມືອງສິງແຂວງຫລວງນໍ້າທາ ເພື່ອຊີ້ນຳ ແລະ ຊຸກຍູ້ສົ່ງເສີມວຽກງານພາຍໃນເມືອງ.

ທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງສິງ ລາຍງານວ່າ: ໃນໄລຍະຜ່ານມາເສດຖະກິດຂອງເມືອງສິງມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 7,24% ຕໍ່ປີ. ໃນ 6 ເດືອນຕົ້ນປີ 2023 ລວມຍອດ GDP ປະຕິບັດໄດ້ 1.145 ຕື້ກີບ, ລາຍຮັບສະເລຍຕໍ່ຫົວຄົນ/ປີປະຕິບັດໄດ້ 2.072 ໂດລາ. ເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 5,8 ຕື້ກີບ ເທົ່າກັບ 43,84% ຂອງແຜນການປີ. ໃນປີ 2022 ເມືອງສິງເກັບລາຍຮັບໄດ້ເກີນແຜນ 3,5 ຕື້ກີບ, ພົ້ນເດັ່ນກ່ວາໝູ່ ແມ່ນຂະບວນການປາດຢາງພາລາ ເຊິ່ງມີເນື້ອທີ່ທັງໝົດ 11.432 ເຮັກຕາ, ໃນປີຜ່ານມາເກັບນໍ້າຢາງໄດ້ທັງໝົດ 24.019 ໂຕນ, ສ້າງລາຍຮັບໃຫ້ປະຊາຊົນໄດ້ 240 ຕື້ກີບ; ປູກອ້ອຍເປັນສິນຄ້າໃນລະດູການ 2022-2023 ລວມມີເນື້ອທີ່ທັງໝົດ 5.909 ເຮັກຕາ ເກັບກູ້ຜົນຜະລິດໄດ້ 3,8 ແສນໂຕນ ໃນລາຄາສະເລ່ຍ 357 ຢວນ/ໂຕນ, ສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ 136,8 ລ້ານຢວນ ຫລື ປະມານ 410,4 ຕື້ກີບ ປູກຝັງ, ລ້ຽງສັດ ແລະ ການໃຫ້ບໍລິການອື່ນໆເພື່ອສ້າງລາຍຮັບໃຫ້ປະຊາຊົນ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາຫລາຍບັນຫາສໍາຄັນໂດຍໃຫ້ເອົາໃຈໃສ່ໃນການສ້າງສາພັດທະນາເສດຖະກິດ ແລະ ຟື້ນຖານໂຄງລ່າງຂອງເມືອງໃຫ້ມີການພັດທະນຂຶ້ນໄປເລື້ອຍໆ ພ້ອມທັງເນັ້ນໃຫ້ເຈົ້າໜ້າທີ່ປະຈໍາດ່ານຈົ່ງເຄື່ອນໄຫວຕາມພະລະບົດບາດສິດໜ້າທີ່ຂອງຕົນຕິດຕາມບຸກຄົນນິຕິບຸກຄົນ ແລະ ການສົ່ງອອກສິນຄ້າ, ເກັບລາຄາສິນຄ້າຕ່າງໆໃຫ້ຖືກຕາມລະບຽບກົດໜາຍ ແລະ ຮຽກຮ້ອງໃຫ້ສົ່ງເສີມການປຸກ, ການລ້ຽງໃຫ້ກາຍເປັນສິນຄ້າໂດຍສະເພາະແມ່ນການຊື້-ຂາຍງົວ ແລະ ສົ່ງໃຫ້ສະຖານທີ່ກັກກັນສັດຂອງບໍລິສັດໂກທົງເພື່ອຮັບປະກັນຄຸນນະພາບຂອງງົວກ່ອນທີ່ຈະນໍາສົ່ງອອກຂອງບໍລິສັດ, ການຊື້ຂາຍຕ້ອງໄດ້ເປີດບັນຊີເພື່ອຮັບປະກັນການຊື້-ຂາຍທີ່ມີຄຸນນະພາບໄດ້ຮັບຜົນດີຂຶ້ນໄປເລື້ອຍໆ.