6 ເດືອນຕົ້ນປີ 2023 ພະແນກການເງິນແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 1.539,32 ຕື້ກີບ

ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີ 2023 ພະແນກການເງິນແຂວງສະຫວັນນະເຂດ ສາມາດຈັດເກັບລາຍຮັບໄດ້ 1.539,32 ຕື້ກີບ ເທົ່າກັບ 68,89% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 96,31% (ເປັນເງິນ 755,19 ຕື້ກີບ) ໃນນີ້, ລາຍຮັບພູດສູນກາງ ປະຕິບັດໄດ້ 705,96 ຕື້ກີບ ເທົ່າກັບ 64,18% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 49,36% ເປັນເງິນ 233,32 ຕື້ກີບ, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 833,35 ຕື້ກີບ ເທົ່າກັບ 73,45% ຂອງແຜນການປີ ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 167,55% ເປັນເງິນ 521,87 ຕື້ກີບ. ດ້ານລາຍຈ່າຍ ສາມາດປະຕິບັດລາຍຈ່າຍໄດ້ 464,41 ຕື້ກີບ ເທົ່າກັບ 53,91% ຂອງແຜນການປີ ໂດຍໄດ້ສຸມໃສ່ ປະຕິບັດລາຍຈ່າຍໃຫ້ໄປຕາມບູລິມະສິດ ທີ່ລັດຖະບານກໍານົດໄວ້ ເປັນຕົ້ນ: ເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ.
ສໍາລັບສາຍເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ກໍຄືການຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການຍ້ອນຄະນະພັກ, ຄະນະນໍາແຕ່ລະຂັ້ນຂອງແຂວງສະຫວັນນະເຂດໄດ້ເອົາໃຈໃສ່ຊີ້ນໍາ ນໍາພາຢ່າງໃກ້ຊິດຕິດແທດ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຄໍາສັ່ງຕ່າງໆ ໂດຍໄດ້ສຸມໃສ່ຕ້ານການຮົ່ວໄຫລ, ການຫັນເປັນທັນສະໄໝ ແລະ ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ບັນລຸໄດ້ຕາມຕົວເລກແຜນການ, ລື່ນແຜນການໃນແຕ່ລະປີ ໂດຍສະເພາະແມ່ນເລີ່ມແຕ່ປີ 2023 ເປັນຕົ້ນໄປ ແຂວງສະຫວັນນະເຂດ ແມ່ນເປັນແຂວງກຸ້ມຕົນເອງດ້ານງົບປະມານ ແລະ ຈະເຮັດໜ້າທີ່ດຸ່ນງົບປະມານໃຫ້ສູນກາງຕາມອັດຕາທີ່ໄດ້ກໍານົດໄວ້.
ພ້ອມນັ້ນ, ແຂວງສະຫວັນນະເຂດ ຍັງຈະໄດ້ສືບຕໍ່ສຸມໃສ່ເຮັດທົດລອງຫັນເມືອງໄປສູ່ກຸ້ມຕົນເອງດ້ານງົບປະມານ ໂດຍມອບໃຫ້ເມືອງເປັນເຈົ້າການດ້ານລາຍຮັບ ແລະ ຮັບຜິດຊອບປະຕິບັດບາງພາກລາຍຈ່າຍ ເຊິ່ງເລີ່ມແຕ່ປີ 2022 ເປັນຕົ້ນມາ ພະແນກການເງິນ ໄດ້ເອົາເງິນອຸດໜູນນາຍບ້ານ ຂອງບັນດາເມືອງຂຶ້ນມາຈັດຕັ້ງປະຕິບັດການເບີກຈ່າຍລວມສູນຢູ່ແຂວງ ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ເມືອງ-ນະຄອນມີຄວາມເຂັ້ມແຂງ, ມີຄວາມເປັນເຈົ້າການສູງຂຶ້ນກວ່າເກົ່າ ສາມາດຫລຸດຜ່ອນພາລະແບກຫາບຂອງງົບປະມານແຂວງ ຕໍ່ງົບປະມານເມືອງ-ນະຄອນ ລົງເທື່ອລະກ້າວ.

