ວັນທີ 21 ພະຈິກ 2023 ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນນາມຜູ້ຕາງໜ້າຂັ້ນສູງຂອງພັກ ປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການຈັດຕັ້ງກອງປະຊຸມສາກົນ ຄັ້ງທີ 3 ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຄະນະຜູ້ແທນຈາກ 16 ພັກການ ເມືອງທີ່ມາຈາກ ອາຊີ ອາຟຣິກາ ອາເມຣິກາລາຕິນ ເອີຣົບ ແລະ 1 ອົງການຈັດຕັ້ງສາກົນຂອງພັກການເມືອງໃນອາຊີ (ໄອແຄັບ ICAPP) ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສືບຕໍ່ຈາກກອງປະຊຸມຄັ້ງທີ 2 ຜ່ານມາ ທີ່ຈັດໂດຍ ພັກຣັດເຊຍເອກະພາບ ເພື່ອປຶກສາຫາລືການກະກຽມໃຫ້ແກ່ການຈັດກອງປະຊຸມເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່ ເຊິ່ງຈະຈັດຂຶ້ນໃນຕໍ່ໜ້າ.
ໃນກອງປະຊຸມດັ່ງກ່າວ ຫົວໜ້າຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ແນວຄິດລິເລີ່ມຂອງ ພັກຣັດເຊຍເອກະພາບ ໃນການຈັດກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຊຶ່ງເປັນຂີດໝາຍສໍາຄັນແຫ່ງການຮ່ວມມື ແລະ ເຕົ້າໂຮມກໍາລັງແຮງ ຂອງບັນດາພັກການເມືອງຈາກທະວີບຕ່າງໆໃນໂລກ ແນໃສ່ພ້ອມກັນຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບ ໃໝ່ໃນສະໄໝໃໝ່ ທີ່ເປັນສິ່ງທ້າທາຍຕໍ່ການພັດທະນາຂອງບັນດາປະຊາຊາດໃນພາກພື້ນ ແລະ ໃນໂລກ ຕີລາຄາສູງ ແລະ ຊົມເຊີຍການກະກຽມດ້ານຕ່າງໆຂອງພັກຣັດເຊຍເອກະພາບ ແລະ ເຫັນດີສະໜັບສະ ໜູນຮ່າງເນື້ອໃນເອກະສານຕ່າງໆສຳລັບກອງປະຊຸມເວທີປຶກສາຫາລືທີ່ຈະຈັດຂຶ້ນໃນຕໍ່ໜ້າ ຢືນຢັນສືບຕໍ່ຢືດໝັ້ນໃນແນວທາງນະໂຍບາຍຕ່າງປະເທດຂອງພັກ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ສະແດງຄວາມໝາຍໝັ້ນໃນການສືບຕໍ່ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດກັບ ພັກຣັດເຊຍເອກະພາບ ແລະ ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາປະເທດໃນໂລກເພື່ອຕໍ່ສູ້ຕ້ານການປະຕິບັດຂອງລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່.