ສອງສາວມືຂ້າອ້າຍຜູ້ນຳ ສປປ ເກົາຫລີ ປະຕິເສດທຸກຂໍ້ກ່າວຫາ
ຍິງຊາວຫວຽດນາມ ແລະ ມາເລເຊຍ ເຊິ່ງເປັນຜູ້ຕ້ອງຫາໃນຄະດີລອບສັງຫານອ້າຍຄົນລະແມ່ຂອງທ່ານ ກິມ ຈອງ ອິນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໃຫ້ການປະຕິເສດທຸກຂໍ້ກ່າວຫາຕໍ່ສານສູງນະຄອນຫລວງກົວລາລຳເປີ.


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 2 ຕຸລາວ່າ: ສານນະຄອນຫລວງກົວລາລຳເປີ ໄດ້ມີການສືບສວນເທື່ອທຳອິດໃນຄະດີທີ່ນາງ ຊິຕີ ໄອຊາ ຊາວອິນໂດເນເຊຍ ອາຍຸ 25 ປີ ແລະ ນາງ ດວນ ທິ ຮວງ ຊາວຫວຽດນາມ ອາຍຸ 29 ປີ ເປັນຜູ້ຕ້ອງຫາໃນຄະດີລອບສັງຫານທ່ານ ກິມ ຈອງ ນຳ ອ້າຍຄົນລະແມ່ຂອງທ່ານ ກິມ ຈອງ ອິນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໂດຍການໃຊ້ສານພິດວີເອັກ ເຊິ່ງມີລິດທຳລາຍລະບົບປະສາດ ແລະ ເປັນອາວຸດເຄມີຕ້ອງຫ້າມຕາມສົນທິສັນຍາສາກົນ ທາໃສ່ໃບໜ້າຂອງທ່ານ ກິມ ຈອງ ນຳ ລະຫວ່າງທີ່ເປົ້າໝາຍຍ່າງຢູ່ພາຍໃນສະໜາມບິນສາກົນກົວລາລຳເປີ ໃນວັນທີ 13 ກຸມພາຜ່ານມາ.

ເຖິງຢ່າງໃດກໍຕາມ, ຈຳເລີຍທັງສອງຄົນໃຫ້ການປະຕິເສດທຸກຂໍ້ກ່າວຫາ ລວມທັງຂໍ້ຫາເຈດຕະນາຂ້າ ເຊິ່ງມີບົດລົງໂທດຂັ້ນສູງສຸດຄືການປະຫານຊີວິດ ໂດຍຢືນຢັນບໍ່ຮູ້ວ່າເຫດການທີ່ເກີດຂຶ້ນເປັນ “ເລື່ອງແທ້” ເນື່ອງຈາກໄດ້ຮັບການຕິດຕໍ່ໃຫ້ເຂົ້າຮ່ວມລາຍການສົດທີ່ຢອກຫລິ້ນກັນເທົ່ານັ້ນ, ແຕ່ສຳນວນຄະດີຂອງໄອຍະການລະບຸວ່າ: ຈຳເລີຍທັງສອງມີການເຝິກຊ້ອມໂຈມຕີຫລາຍຄັ້ງ ຢູ່ສູນການຄ້າແຫ່ງໜຶ່ງ ໃນນະຄອນຫລວງກົວລາລຳເປີ ກ່ອນລົງມືກໍ່ເຫດຕົວຈິງ. ຂະນະທີ່ທະນາຍຄວາມຂອງຈຳເລີຍຮຽກຮ້ອງໃຫ້ສານເປີດເຜີຍຂໍ້ມູນຂອງຜູ້ຕ້ອງສົງໄສຊາວ ສປປ ເກົາຫລີ ອີກ 4 ຄົນ ເຊິ່ງຍັງຫລົບໜີຢູ່.
ທັງນີ້, ຂະບວນການພິຈາລະນາຄະດີຈະດຳເນີນໄປຮອດວັນທີ 30 ພະຈິກນີ້ ໂດຍສານນັດສອບສວນພະຍານອີກປະມານ 40 ຄົນ.

