ນາຍົກລັດຖະມົນຕີ ລາວ-ຈີນ ພົບປະຢ່າງເປັນທາງການຄັ້ງທໍາອິດ ຢູ່ນະຄອນໜານໜິງ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມື

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ທີ່ນະຄອນໜານໜິງ, ສປ ຈີນ, ວັນທີ 16 ກັນຍາ 2023 ຢູ່ສູນປະຊຸມສາກົນໂຮງແຮມລີ້ຢວນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ພ້ອມຄະນະ ໄດ້ພົບປະຢ່າງເປັນທາງການກັບທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ສປ ຈີນ, ເຊິ່ງການພົບປະຢ່າງເປັນທາງການຂອງສອງນາຍົກ ເຊິ່ງຖືວ່າເປັນຄັ້ງທໍາອິດພາຍຫລັງໄດ້ຮັບການເເຕ່ງຕັ້ງເປັນນາຍົກ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດພົບປະ, ທ່ານ ນາຍົກລັດຖະມົນຕີ ສປ ຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະກອບສ່ວນເຂົ້າໃນສາຍພົວພັນການຮ່ວມມືຂອງສອງປະເທດນັບມື້ນັບກ້າວເຂົ້າສູ່ທັງລວງກວ້າງ ແລະ ລວງເລິກ. ໂອກາດດຽວກັນ, ທ່ານ ນາຍົກ ລັດຖະມົນຕີ ສປປ ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັກ ແລະ ລັດຖະບານຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃຫ້ແກ່ຄະນະຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຕະຫລອດໄລຍະຜ່ານມາ.

ພ້ອມນີ້, ທັງສອງຝ່າຍຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດທີ່ມີມາແຕ່ດົນນານແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງນັບມື້ນັບຫລາຍຂຶ້ນ, ພິເສດການໄປມາຫາສູ່ຂອງການນໍາຂັ້ນສູງຂອງສອງປະເທດ ນັບມື້ນັບຫລາຍເຊັ່ນກັນ ໂດຍສະເພາະ ໃນທ້າຍປີ 2022 ຜ່ານມາ ຢູ່ນະຄອນຫລວງປັກກິ່ງ ການພົບປະຂອງສອງສະຫາຍເລຂາທິການໃຫຍ່ ສອງປະເທດ ກໍໄດ້ພ້ອມກັນຕີລາຄາຄືນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການເປັນຄູ່ຮ່ວມຊາຕາກຳລາວ-ຈີນ ໃນໄລຍະ 2020-2023 ເເລະ ຕົກລົງ ທີ່ຈະພ້ອມກັນຮັບຮອງເອົາເເຜນເເມ່ບົດ ວ່າດ້ວຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ແລະ ຈະຮ່ວມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນດ້ວຍຄຸນນະພາບສູງ ເຊິ່ງເຊື່ອໝັ້ນວ່າຈະເປັນການຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ມີເນື້ອໃນເລິກເຊິ່ງຂຶ້ນ. ສໍາລັບການພົວພັນຮ່ວມມືຂອງສອງຝ່າຍ ເຫັນໄດ້ວ່າສາມາດຮ່ວມກັນຈັດຕັ້ງປະຕິບັດຢ່າງມີໝາກຜົນຕົວຈິງ ໂດຍສະເພາະ ການເປີດນຳໃຊ້ ລົດໄຟ ລາວ-ຈີນ ກໍຄືການເປີດຂະບວນລົດໄຟສາຍສາກົນ ວຽງຈັນ-ຄຸນໝິງ-ວຽງຈັນ ໃນວັນທີ 13 ເມສາ 2023 ທີ່ຜ່ານມາ, ເຊິ່ງລ້ວນແຕ່ເປັນເຫດການທີ່ມີຄວາມໝາຍສໍາຄັນ, ສະແດງອອກໃຫ້ເຫັນຢ່າງຈະແຈ້ງເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນຂອງສອງປະເທດ ນັບມື້ກ້າວສູ່ລະດັບສູງກວ່າເກົ່າ, ການຮ່ວມມືອັນແໜ້ນແຟ້ນຂອງສອງປະເທດ ໄດ້ນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ, ທັງເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ແລະ ປະຊາຊົນ ໃນຂົງເຂດນີ້ ຫລາຍຂຶ້ນກວ່າເກົ່າ. ນອກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. ໃນຕໍ່ໜ້າ ທັງສອງຝ່າຍຍັງຢືນຢັນຮ່ວມກັນວ່າ ຈະພ້ອມກັນສືບຕໍ່ປະຕິບັດ ບັນດາເນື້ອໃນທີ່ການນໍາພັກ-ລັດຂັ້ນສູງຂອງສອງປະເທດ ໄດ້ຕົກລົງ ເພື່ອຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ແລະ ສໍາເລັດຕາມແຜນການ; ສືບຕໍ່ແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ແລະ ປະສານສົມທົບກັນຢ່າງໃກ້ຊິດ ລວມທັງ ການສືບຕໍ່ການຮ່ວມມືທາງດ້ານ ພະລັງງານ, ກະສິກໍາ ຫລື ດ້ານອື່ນ ຢູ່ບັນດາແຂວງ ຂອງ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນຕື່ມອີກ.