ລາວ ຍົກລະດັບ​ມາດຕະຖານສາກົນດ້ານການລາຍງານການເງິນ

ທ້າຍອາທິດຜ່ານມາ, ກົມບັນຊີ ແລະ ການເງິນ, ກົມຄຸ້ມຄອງທະນາຄານທຸລະກິດ ທະ ນາຄານແຫ່ງ ສປປ ລາວ (ທຫລ) ແລະ ສາຂາທະນາຄານກະສິກອນໄທ ຈຳກັດ ສາຂານະຄອນຫລວງວຽງຈັນ ໄດ້ຈັດການ​ສຳ​ມະ​ນາກ່ຽວກັບ​ “ມາດຕະຖານສາກົນດ້ານການລາຍງານການເງິນ IFRS, ມາດຕະຖານ BASEL II” ໂດຍໄດ້ລົງເລິກກ່ຽວກັບການປຽບທຽບຄວາມແຕກຕ່າງ ແລະ ວິທີການຄໍານວນ; ແນວທາງການກຽມຄວາມພ້ອມ; ຜົນກະທົບທີ່ເກີດຂຶ້ນ ແລະ ຂໍ້ຄວນລະມັດລະວັງ ໃນການນໍາໃຊ້ມາດຕະຖານໃໝ່; ລາຍລະອຽດມາດຕະຖານບັນຊີສາກົນ ອາກອນລາຍໄດ້; ລາຍລະອຽດມາດຕະຖານບັນຊີສາກົນ, ລວມທັງຜົນປະໂຫຍດຂອງພະນັກງານ; ຄວາມຮູ້ທີ່ຕິດພັນກັບວຽກງານບັນຊີ ແລະ ການເງິນ.

IFRS ເປັນມາດຕະຖານການລາຍການເງິນ ເປັນທີ່ຍອມຮັບຂອງສາກົນ ຊຶ່ງມີບົດບາດສໍາຄັນຕໍ່ກັບການຈັດຕັ້ງປະຕິບັດວຽກງານບັນຊີ ໂດຍສະເພາະວຽກງານບັນຊີໃນຂົງເຂດຂະແໜງການທະນາຄານ ເພື່ອເຮັດໃຫ້ເອກະສານລາຍງານການເງິນມີປະສິດທິພາບ, ຮັບປະກັນຄວາມໜ້າເຊື່ອຖື ແລະ ສາມາດປະຕິບັດໄດ້. ສໍາລັບ​ຢູ່ ສປປ ລາວ, ​​ໃນປີ 2013 ກົດໝາຍວ່າ​ດ້ວຍ​ການ​ບັນຊີ (ສະບັບ​ປັບປຸງ) ​ໄດ້ກໍານົດ​ໃຫ້​ວິ​ສາ​ຫະກິດ​ທີ່​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດສາທາລະນະ​ ເຊັ່ນ: ທະນາຄານ ແລະ ສະຖາບັນການເງິນ ຕ້ອງປະຕິບັດຕາມ​ມາດຕະຖານ IFRS ຊຶ່ງໃນປັດຈຸບັນກົມບັນຊີ ແລະ ການເງິນ ສາມາດ​​ສັງ​ລວມເນື້ອ​ໃນໂດຍຫຍໍ້​​ ຂອງ​​ມາດຕະຖານສາກົນດັ່ງ ກ່າວ, ທີ່​ຕິດ​ພັນ​ກັບຂະ​ແໜງ​ການ​ທະນາຄານ ​ເປັນສະບັບ​​ພາສາລາ​ວ ​ໄດ້​​ 16 ມາດຕະຖານທີ່​ເປັນຄູ່​ມື​ພື້ນຖານ ​ໃຫ້​ແກ່​ການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານການ​ບັນຊີ ​ຂອງ​ຂະ​ແໜງ​ການ​ທະນາຄານ ພ້ອມທັງຄົ້ນຄວ້າ​, ຜັນ​ຂະ ຫຍາຍ ເພື່ອໝູນ​ໃຊ້​ມາດຕະຖານ​ສາກົນ​ນີ້ ​ອອກ​ເປັນ​ບົດ​​ແນະນຳການຈັດ​ຕັ້ງ​ປະຕິບັດ​ໄດ້ 11 ມາດຕະຖານເພື່ອ​ເປັນລະບຽບການ​ ​ແລະ ​ເປັນ​ບ່ອນ​ອີງ​ໃຫ້​ທະນາຄານ​ທຸລະ​ກິດ​ ​ແລະ ສະ​ຖາ​ບັນ​ການ​ເງິນ.

  ທ່ານ ນາງ ຂັນແກ້ວ ຫລ້າມະນີເງົາ ຫົວໜ້າກົມບັນຊີ ແລະ ການເງິນ ທຫລ ໄດ້ເນັ້ນວ່າ: ການຄຸ້ມຄອງທະນາຄານທຸລະກິດ ເປັນວຽກງານທີ່ສຳຄັນ ແລະ ທ້າທາຍຂອງຂະແໜງການທະນາຄານ, ການຮັກ ສາຄວາມໜັ້ນຄົງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບົບທະນາຄານ ໂດຍການຜັນຂະຫຍາຍແຜນແມ່ບົດ ໃນການຄຸ້ມຄອງທະນາຄານທຸລະກິດຕາມມາດຕະຖານ BASEL II. ສະນັ້ນ, ຈຶ່ງມີການກະກຽມຄວາມພ້ອມໃນການຈັັດຕັ້ງປະຕິບັດມາດຕະຖານນີ້ ເພື່ອເຮັດໃຫ້ລະບົບທະນາຄານມີຄວາມໝັ້ນຄົງ, ເຂັ້ມແຂງ, ຍືນຍົງ ແລະ ທັນກັບສະພາບການຂະຫຍາຍຕົວ ຂອງຂະແໜງການທະນາຄານ ທັງໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ຫຍັບເຂົ້າໃກ້ມາດຕະຖານສາກົນເທື່ອລະກ້າວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ