ພິທີວາງພວງມາລາໄຫວ້ອາໄລເຖິງຜົນງານ, ຄຸນງາມຄວາມດີ ແລະສົ່ງສະການຂອງສອງເຈົ້າໜ້າທີ່ຕຳຫລວດ ເມືອງພຽງແຂວງ ໄຊຍະບູລີ ທີ່ເສຍສະຫລະຊີວິດໃນຂະນະປະຕິບັດໜ້າທີ່ເພື່ອຊາດ-ເພື່ອປະ ຊາຊົນ ດ້ວຍການ ນຳກຳລັງເຂົ້າຈັບກຸມເປົ້າໝາຍຄ້າ-ຂາຍຢາເສບຕິດຢູ່ບ້ານ ນ້ຳຍາບ ເມືອງພຽງແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 13 ກັນຍາ 2023. ດ້ວຍການນຳສົບຂອງສອງສະຫາຍມາບຳເພັນກຸສົນ ຢູ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບເມືອງ.
ທ່ານ ເສີດ ແສງສຸລິນ ເຈົ້າເມືອງພຽງ ຕາງໜ້າທາງອົງການປົກຄອງເມືອງ ພ້ອມດ້ວຍບັນດາການນຳຂອງເມືອງ ແລະ ຫລາຍພາກສ່ວນ ໄດ້ມອບເງິນຊ່ວຍເຫລືອໃຫ້ສອງຄອບຄົວເຈົ້າໜ້າຕຳຫລວດ ທີ່ໄດ້ເສຍສະຫລະຊີວິດໃນການປະຕິບັດໜ້າທີ່ໃນຄັ້ງນີ້. ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະຂັ້ນກະຊວງ.
ໂອກາດນີ້, ທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຊັ້ນ ແລະ ຫລຽນໄຊພິລະອາດຫານຊັ້ນ 1 ໃຫ້ຄອບຄົວເຈົ້າໜ້າທີ່ຕຳຫລວດທີເສຍສະຫລະຊີວິດເລືອດເນື້ອເພື່ອຊາດເພື່ອປະຊາຊົນໃນຄັ້ງນີ້ ໂດຍໄດ້ເລື່ອນຊັ້ນໃຫ້ ຮ້ອຍເອກ ອຳໄພ ວົງສຸວັນ ຂຶ້ນເປັນ ພັນໂທ ແລະ ເລື່ອນຊັ້ນ ຮ້ອຍຕີ ກູດ ອານາສິດ ຂຶ້ນເປັນຮ້ອຍເອກ.
ເຫດການເກີດຂຶ້ນໃນຕອນເຊົ້າຂອງວັນທີ 12 ກັນຍາ 2023, ເຈົ້າໜ້າທີ່ຕຳຫລວດເມືອງພຽງ ແຂວງໄຊຍະບູລີ. ໄດ້ນຳກຳລັງເຂົ້າຈັບກຸມເປົ້າໝາຍຜູ້ຄ້າ-ຂາຍ ຢາເສບຕິດ ຢູ່ບ້ານ ນ້ຳຍາບ ເມືອງພຽງ ແຕ່ເຄາະຮ້າຍ ຖືກຄົນຮ້າຍແກະລະເບີດໃສ່ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 3 ຄົນຄື: ຄົນຮ້າຍໜຶ່ງຄົນ, ເຈົ້າໜ້າທີ່ 2 ສະຫາຍ ຄື: ສະຫາຍ ຮ້ອຍຕີ ກູດ ອານາສິດ ອາຍຸ 26 ປີ ຢູ່ບ້ານນາແຄມ ແລະ ສະຫາຍ ຮ້ອຍເອກ ອຳໄພ ວົງສຸວັນ ອາຍຸ 31 ປີ ຢູ່ບ້ານ ນາໂສມ.