ບຸນຜ້າປ່າສາມັກຄີ ຍົກຍອດຊໍ່ຟ້າວັດສີຄູນເມືອງ ແຂວງຫລວງພະບາງ

ງານບຸນຜ້າປ່າສາມັກຄີຍົກຍອດຊໍ່ຟ້າ 19 ຍອດ ທີ່ວັດສີຄູນເມືອງ ບ້ານປາກມອງ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນຫວ່າງບໍ່ດົນມານີ້ ໂດຍເປັນເຈົ້າພາບຂອງ ສາທຸໃຫຍ່ ເພັດພຸດທະປັນຍາ ເຈົ້າອາວາດປະຈໍາວັດສີຄູນເມືອງ, ມີກອງຜ້າປ່າ, ຕົ້ນກະລະພຶກ ຂອງປະຊາຊົນຢູ່ພາຍໃນບ້ານປາກມອງ, ບ້ານອ້ອມຂ້າງ ແລະບັນດາຊາວພຸດທະສາສະນິກະຊົນ ທີ່ມີຈິດໃຈເຫຼື້ອມໃສສັດທາທັງຫຼາຍ ໄດ້ເດີນທາງມາຈາກພາຍໃນແຂວງຫຼວງພະບາງ ແລະ ຕ່າງແຂວງ ເຂົ້າຮ່ວມເຮັດບຸນຢ່າງຄຶກຄື້ນມ່ວນຊື່ນ.
อาจเป็นรูปภาพของ 1 คน, กำลังยืน และ ถนน
ສາທຸໃຫຍ່ ເພັດພຸດທະປັນຍາ ໄດ້ໃຫ້ຮູ້ວ່າ: ການເຮັດກອງບຸນຜ້າປ່າສາມັກຄີ ຍົກຍອດຊໍ່ຟ້າວັດດັ່ງກ່າວ ໄດ້ມີຂະບວນແຫ່ຕົ້ນກະລະພຶກ ຕົ້ນໂພເງິນ-ໂພຄໍາ ແລະ ສັງຄະທານຕ່າງໆ ຂອງຊາວພຸດທະສາສະນິກະຊົນ ບ້ານປາກມອງ ແລະ ບ້ານອ້ອມຂ້າງ ຕະຫຼອດຮອດເຈົ້າສັດທາ ຈາກພາຍໃນແຂວງ ແລະ ຕ່າງແຂວງ ໄດ້ຕັ້ງຂະບວນແຫ່ຕາມເສັ້ນທາງເລກທີ 13 ເໜືອ ແຕ່ຄິວລົດບ້ານປາກມອງ ໄປສູ່ວັດສີຄູນເມືອງ ແລະ ແຫ່ອ້ອມວັດ 3 ຮອບ. ຈາກນັ້ນກໍໄດ້ທໍາພິທີສູດທາງສາສະໜາ ເພື່ອຖວາຍກອງຜ້າປ່າ ແລະ ວັດຖຸທານດັ່ງກ່າວ ໃຫ້ແກ່ທາງວັດສີຄູນເມືອງ ແລະ ຮັບຟັງເທດບັນຍາຍທໍາ, ໃນຕອນຄໍ່າກໍໄດ້ມີການຄົບງັນຕາມຮິດຄອງປະເພນີ, ຮັບຊົມການສະແດງສິລະປະຂອງນ້ອງນ້ອຍເຍົາວະຊົນ ແລະ ກໍໄດ້ມີພິທີໃສ່ບາດມ່ວນຊົນ, ຖວາຍສັງຄະທານ ພ້ອມທັງຍົກຍອດຊໍ່ຟ້າ ພຸດທະສີມມາ ຈໍານວນ 19 ຍອດ ຂຶ້ນສູ່ຫຼັງຄາອາຮາມ ເພື່ອເປັນສີລິມຸງຄຸນໃຫ້ແກ່ວັດສີຄູນເມືອງຕື່ມອີກ.
ການທອດຜ້າປ່າສາມັກຄີຄັ້ງນີ້ ກໍເປັນການລະດົມທຶນສິ່ງຂອງວັດຖຸປັດໄຈ ສົມທົບທຶນຮອນຖວາຍເຂົ້າໃນການກໍ່ສ້າງອາຄານສາລາ ວັດສີຄູນເມືອງ ບ້ານປາກມອງ ໃຫ້ສໍາເລັດຕາມຂັ້ນຕອນ ເພື່ອເປັນບ່ອນສັກກາລະບູຊາຂອງຊາວພຸດທັງຫຼາຍ ພ້ອມນັ້ນກໍເປັນການອະນຸລັກວັດທະທໍາ ຮີດຄອງປະເພນີອັນດີງາມ ຂອງຊາວພຸດທະສາສະໜາໃຫ້ເຫຼື້ອມໃສ ອີກດ້ານໜຶ່ງເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຊາວບ້ານປາກມອງ, ບ້ານອ້ອມຂ້າງ ຈາກຕ່າງເມືອງ ແລະ ຕ່າງແຂວງ ໄດ້ມີໂອກາດມາເຮັດບຸນເຮັດທານຮ່ວມກັນ.
อาจเป็นรูปภาพของ 4 คน, ผู้คนกำลังยืน และ กลางแจ้ง