ສື່ມວນຊົນລາວເຂົ້າຮ່ວມສຳມະນາສື່ມວນຊົນອາຊຽນປະຈຳປີ 2018 ຢູ່ ສປຈີນ.

ແຫລ່ງຂ່າວ ຂປລ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 8-21 ພຶດສະພານີ້, ຄະນະສື່ມວນຊົນລາວ, ນຳໂດຍກົມສື່ມວນຊົນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຂົ້າຮ່ວມການສຳມະນາສື່ມວນຊົນຂອງບັນດາປະເທດອາຊຽນປະຈຳປີ 2018 ທີ່ນະຄອນໜານໜິງ ສປຈີນ, ເຊິ່ງໄດ້ຮັບການສະໜັບສະໜູນຂອງກອງເລຂາການຈັດງານວາງສະແດງການຄ້າຈີນ-ອາຊຽນ, ໂດຍມີບັນດາສື່ມວນຊົນທາງການ ແລະ ສື່ມວນຊົນຫລັກຂອງປະເທດອາຊຽນ, ພ້ອມດ້ວຍວິທະຍາກອນຜູ້ຊ່ຽວຊານດ້ານການຄ້າຂອງ ສປຈີນ ແລະ ພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມນໍາດ້ວຍ.
ການສຳມະນາດັ່ງກ່າວ, ຈັດຂຶ້ນເພື່ອສົ່ງເສີມການຮ່ວມມືລະຫວ່າງບັນດາສື່ມວນຊົນ ຈີນ-ອາຊຽນໃຫ້ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບນະໂຍບາຍການຄ້າເສລີຂອງຈີນ-ອາຊຽນ ແລະ ນຳໄປເຜີຍແຜ່ຂໍ້ມູນໃຫ້ກວ້າງຂວາງ. ພ້ອມນີ້, ຍັງເປັນການແລກປ່ຽນຄວາມຮູ້ດ້ານວັດທະນະທຳລະຫວ່າງຈີນ-ອາຊຽນອີກດ້ວຍ.
ໃນລະຫວ່າງການສຳມະນາ, ບັນດາສື່ມວນຊົນອາຊຽນຈະໄດ້ຮັບຟັງການນຳສະເໜີສະພາບການຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງຈີນ-ອາຊຽນ, ຮັບຟັງການນຳສະເໜີພາລະບົດບາດຂອງສື່ມວນຊົນຈີນ-ອາຊຽນໃນການຊຸກຍູ້ສົ່ງເສີມໃນການຈັດງານວາງສະແດງການຄ້າຈີນ-ອາຊຽນ, ຮັບຟັງການນຳສະເໜີບົດບາດຂອງສື່ມວນຊົນຈີນ-ອາຊຽນໃນການຮ່ວມມືດ້ານວັດທະນະທຳ. ພ້ອມນີ້, ບັນດາສື່ມວນຊົນຍັງຈະໄດ້ໄປຢ້ຽມຢາມສະຖານທີ່ສຳຄັນຕ່າງໆຂອງສປຈີນ ເຊັ່ນ: ສູນຂໍ້ມູນຂ່າວສານ-ສື່ສານມວນຊົນ ຂອງມະຫາວິທິຍາໄລກວາງຊີ, ສູນຂໍ້ມູນຂ່າວສານກ່ຽວກັບທ່າເຮືອຂອງຈີນ-ອາຊຽນ, ສະຖານນີໂທລະພາບ ແລະ ໜັງສືພິມລຸຍຊູ, ຫໍພິພິທະພັນມະນຸດສາດກວາງຊີ, ສະຖານທີີ່ທາງດ້ານວັດທະນະທຳ ຈັດຕຸລັດແດງ (ຖຽນອັນເມິນ) ແລະ ອື່ນໆອີກ.

