3 ປີຜ່ານມາ ອົງການໄອຍະການປະຊາຊົນແຂວງຜົ້ງສາລີ ໄດ້ອອກຄໍາສັ່ງຈັບຕົວ 750 ສະບັບ ແລະ ອອກຄໍາສັ່ງກວດຄົ້ນເຄຫະສະຖານ 36 ສະບັບ

ວັນທີ 7 ກັນຍາ 2023, ທ່ານ ຄໍາໄຊ ສຸນວີເລີດ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທືອທີ 5 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະກາງສະໄໝຂອງແຜນການ 5 ປີ (2021-2025) ແລະ ແຜນການເຄື່ອນໄຫວວຽກງານທ້າຍສະໄໝ ຂອງອົງການໄອຍະການປະຊາຊົນແຂວງ ວ່າ: ໄລຍະຜ່ານມາອົງການໄອຍະການປະຊາຊົນແຂວງໄດ້ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໂດຍສະເພາະການນໍາໃຊ້ 7 ມາດຕະການສະກັດກັ້ນ ສະແດງອອກແມ່ນໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນ 3 ສະບັບ, ອອກຄໍາສັ່ງກວດຄົ້ນເຄຫະສະຖານ 36 ສະບັບ, ອອກຄໍາສັ່ງຈັບຕົວ 750 ສະບັບ, ຄໍາສັ່ງຕໍ່ກໍານົດເວລາກັກຂັງພາງ 988 ສະບັບ, ຄໍາສັ່ງກັກຂັງພາງ 635 ສະບັບ, ຄໍາສັ່ງປ່ວຍຕົວພາງ 25 ສະບັບ, ສະເໜີປ່ອຍຕົວກ່ອນກໍານົດ 2 ສະບັບ, ອອກຄໍາແນະນໍາກ່ຽວກັບການດໍາເນີນຄະດີອາຍາ 80 ສະບັບ, ຄໍາສັ່ງຊັດມ້ຽນຄະດີ 11 ສະບັບ, ອອກຄໍາສັ່ງປ່ອຍຕົວຜູ້ຖືກຫາ 333 ສະບັບ.

ນອກນີ້, ອົງການໄອຍະການປະຊາຊົນແຂວງ ແລະ ເຂດ ໄດ້ຮັບສໍານວນຄະດີອາຍາຂັ້ນຕົ້ນ ແຕ່ປີ 2021–2023 ຈໍານວນ 304 ເລື່ອງ, ແກ້ໄຂແລ້ວ 290 ເລື່ອງເທົ່າກັບ 95.39%. ຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າງຄຸມຂັງ-ດັດສ້າງ, ສູນດັດສ້າງ, ຄ້າຍຄຸມຂັງພາກ ເຊິ່ງມີຜູ້ຖືກຫາທັງໝົດ 781 ຄົນ, ຄົນຕ່າງປະເທດ 23 ຄົນ, ຜູ້ຖືກຫາກັກຂັງເກີນກໍານົດ 81 ຄົນ, ຜູ້ຖືກຫາສັງຟ້ອງຂຶ້ນສານ 241 ຄົນ. ມີຜູ້ຖືກດັດສ້າງທັງໝົດ 433 ຄົນ, ມີນັກໂທດທັງໝົດ 604 ຄົນ. ທັງນີ້ຍັງໄດ້ເພີ່ມທະວີການປະຕິບັດຄໍາຕັດສິນຂອງສານໂດຍປະສານສົມທົບກັບອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃນນີ້ມີຄະດີອາຍາທັງໝົດ 200 ເລື່ອງ, ປະຕິບັດສໍາເລັດ 61 ເລື່ອງ, ຄະດີແພ່ງ ທັງໝົດ 25 ເລື່ອງ, ປະຕິບັດສໍາເລັດ 15 ເລື່ອງ.