ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍເນສໂກ

ຂ່າວສານປະເທດລາວ ລາຍງານ ວັນທີ 13 ມັງກອນ 2022 ນີ້ ໃຫ້ຮູ້ວ່າ: ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບຫ້ອງການເລຂາຄະນະກຳມາທິການແຫ່ງຊາດ ເພື່ອອຸຍເນສໂກ ໄດ້ຈັດກອງປະຊຸມປະຈຳປີ ທີ່ນະຄອນຫລວງວຽງຈັນໃນຮູບແບບເຊິ່ງໜ້າ ແລະ ແບບທາງໄກ.

ກອງປະຊຸມຄັ້ງນີ້ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອອຸຍເນສໂກ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຮອງປະທານ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການເຂົ້າເປັນສະມາຊິກຂອງອົງການອຸຍເນສໂກ ແມ່ນມີຄວາມສຳຄັນຫລາຍ ສຳລັບ ສປປ ລາວ ໃນຖານະທີ່ປະເທດເຮົາເປັນປະເທດສະມາຊິກ ໃນປີ 1951 ມາຮອດປັດຈຸບັນໄດ້ 71 ປີ ເຊິ່ງພວກເຮົາໄດ້ມີພັນທະ ແລະ ໜ້າທີ່ ໃນການປະກອບສ່ວນສ້າງສັນຕິພາບຢູ່ໃນໂລກ ອັນເປັນເປົ້າໝາຍຫລັກຂອງອົງການອຸຍເນສໂກ ໃນການນຳເອົາບັນດາຫົວຄິດຂອງອົງການໄປຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດຕາມແຜນພັດທະນາປະເທດໃນແຕ່ລະໄລຍະ.

ປັດຈຸບັນ ບັນດາປະເທດສະມາຊິກກຳລັງສູ້ຊົນ ໃຫ້ບັນລຸບັນດາເປົ້າໝາຍການພັດທະນາແບບຍືນຍົງ ແຕ່ນີ້ຮອດປີ 2030 ເຊິ່ງບັນດາເປົ້າໝາຍດັ່ງກ່າວ ໄດ້ກ່ຽວຂ້ອງກັບຫລາຍຂະແໜງການຢູ່ ສປປ ລາວ. ສະນັ້ນ ຈິ່ງມີຄວາມສຳຄັນຫລາຍທີ່ສຸດທີ່ບັນດາກະຊວງ ແລະ ອະນຸກຳມະການ ຕ້ອງໄດ້ເອົາໃຈໃສ່ປະກອບສ່ວນ ເພື່ອບັນລຸບັນດາເປົ້າໝາຍດັ່ງກ່າວ.