ເກີດິສຖານປະກາດບໍ່ຍົກເລີກ ປະຊາມະຕິແຍກເອກະລາດຈາກອີຣັກ

ລັດຖະບານເຂດປົກຄອງຕົນເອງເກີດິສຖານຢືນຢັນເດີນໜ້າຈັດລົງປະຊາມະຕິແຍກເອກະລາດອອກຈາກລັດຖະບານແບກແດດຕາມກຳນົດ ຄືວັນທີ 25 ກັນຍານີ້ ໂດຍບໍ່ສົນສຽງຄັດຄ້ານຈາກປະຊາຄົມໂລກ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເອິບິລ ປະເທດອີຣັກ ໃນວັນທີ 23 ກັນຍາວ່າ: ທ່ານ ມາສຊູດ ບາຊານີ ປະທານາທິບໍດີແຫ່ງເຂດປົກຄອງຕົນເອງເກີດິສຖານ ຢູ່ພາກເໜືອຂອງອີຣັກ ປາໄສຄັ້ງໃຫຍ່ຢູ່ສະໜາມກິລາໃນເມືອງເອິບິລ ເຊິ່ງເປັນເມືອງເອກຂອງເກີດິສຖານ ໃນວັນທີ 22 ກັນຍາວ່າ: ອຳນາດໃນການລົງປະຊາມະຕິບໍ່ໄດ້ຢູ່ໃນມືຂອງທ່ານອີກຕໍ່ໄປ, ແຕ່ຂຶ້ນຢູ່ກັບການຕັດສິນໃຈຂອງຊາວເກີດິສຖານທຸກຄົນ ເຊິ່ງກ່າວເນັ້ນມາຕະຫຼອດວ່າ: ພ້ອມເຈລະຈາຢ່າງເປີດໃຈກັບລັດຖະບານແບກແດດ, ແຕ່ສະຖານະການທີ່ເກີດຂຶ້ນໃນໄລຍະເວລາຜ່ານມາ ບົ່ງບອກວ່າຄວາມພະຍາຍາມນັ້ນຊ້າໄປແລ້ວ ແລະ ທຸກສິ່ງຈະປ່ຽນໄປ ຫຼັງການລົງປະຊາມະຕິໃນວັນທີ 25 ກັນຍາ.
ເຖິງຢ່າງໃດກໍຕາມ, ທ່ານ ບາຊານີ ຢືນຢັນວ່າ: ຜົນການລົງປະຊາມະຕິທີ່ພວມຈະເກີດຂຶ້ນ ຖ້າສຽງສະໜັບສະໜູນການແຍກເອກະລາດເປັນຝ່າຍຊະນະ ບໍ່ໄດ້ໝາຍຄວາມວ່າເກີດິສຖານຈະປົດແອກອອກຈາກອີຣັກໃນທັນທີ, ແຕ່ຈະເປັນການເພີ່ມນ້ຳໜັກຂອງການຕໍ່ລອງໃນເລື່ອງນີ້ກັບລັດຖະບານແບກແດດ. ປັດຈຸບັນພົນລະເມືອງເຊື້ອສາຍເກີດິສຖານຢູ່ອີຣັກມີອັດຕາສ່ວນລະຫວ່າງ 15% ເຖິງ 20% ຂອງພົນລະເມືອງທົ່ວປະເທດທີ່ມີຢູ່ປະມານ 37 ລ້ານຄົນ.

