ລາວ-ມົງໂກລີ ເພີ່ມທະວີຮ່ວມມືສອງອົງການນິຕິບັນຍັດ ແລະ ດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ

ວັນທີ 7-10 ກັນຍາ 2023, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ຢ້ຽມຢາມປະເທດ ມົງໂກລີ ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງ ທ່ານ ກອມບໍຈາວ ຊັງຕັງຊາທາຣ໌, ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ທັງເປັນການຢ້ຽມຢາມ ປະເທດ ມົງໂກລີ ຄັ້ງທໍາອິດໃນນາມປະທານສະພາແຫ່ງຊາດລາວ ຊຸດທີ IX.
ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງອົງການນິຕິບັນຍັດ ກໍຄື ປະຊາຊົນສອງຊາດ ສປປ ລາວ ແລະ ມົງໂກລີ, ພ້ອມທັງເປັນໂອກາດດີ ໃນການແລກປ່ຽນບົດຮຽນ ແລະ ຊຸກຍູ້, ສົ່ງເສີມການຮ່ວມມືເຊິ່ງກັນ ແລະ ກັນໃນຂົງເຂດ ນິຕິບັນຍັດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ.
ເຊິ່ງວັນທີ 8 ກັນຍາ 2023, ທ່ານປະທານສະພາແຫ່ງຊາດລາວ ແລະ ທ່ານປະທານສະພາຄູຣານໃຫຍ່ມົງໂກລີ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຄືນ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ລາວ-ມົງໂກລີ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນການສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆຮ່ວມກັນ, ແລກປ່ຽນບົດຮຽນ, ຂໍ້ມູນ-ຂ່າວສານກ່ຽວກັບການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ ແລະ ໃນຫົວຂໍ້ຕ່າງໆ ທີ່ຝ່າຍສອງຝ່າຍ ມີຄວາມສົນໃຈ, ຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງລັດຖະບານ ຂອງສອງປະເທດ ໄດ້ລົງນາມຮ່ວມກັນ ທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆໃຫ້ປະກົດຜົນເປັນຈິງ, ຊຸກຍູ້ໃຫ້ ສອງປະເທດ ເພີ່ມທະວີການຮ່ວມມືດ້ານການຄົມມະນາຄົມ-ຂົນສົ່ງ ແລະ ດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ການຮ່ວມມື ສະໜັບ ສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ພາຍຫລັງການພົບປະ, ສອງປະທານສະພາແຫ່ງຊາດ ກໍ່ໄດ້ຮ່ວມກັນລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຄູຣານໃຫຍ່ມົງໂກລີ ເປັນນິຕິກໍາທີ່ເປັນບ່ອນອີງ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດໃນຕໍ່ໜ້າ.

