ສ. ອາເມລິກາມອບເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວ 50.000 ຊຸດໃຫ້ລາວ

ໃນວັນທີ 13 ພະຈິກນີ້, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ ໄດ້ຕາງໜ້າໃຫ້ ສ. ອາເມລິກາມອບເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວ 50.000 ຊຸດໃຫ້ລາວ ໂດຍການຮັບຂອງທ່ານ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນພິທີມອບຮັບ.

ໃນໂອກາດນີ້, ທ່ານທູດ ໄດ້ກ່າວວ່າ: ສ. ອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຂອງພວກເຮົາ ໂດຍຜ່ານການປະກອຍສ່ວນອຸປະກອນຮັກສາຊີວິດເຫລົ່ານີ້ ເພື່ອປ້ອງກັນການແຜ່ລະບາດພະຍາດມາເລເລຍ ແລະ ສະໜັບສະໜູນລາວ ໃນການລົບລ້າງພະຍາດມາເລເລຍໃຫ້ໝົດໄປໃນປີ 2030.

ປັດຈບັນ, ອົງການ USAID ໄດ້ມອບມຸ້ງຫລາຍກ່ວາ 700.000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິ ໄຂ້ມາເລເລຍຢ່າງໄວຫລາຍກ່ວາ 500.000 ຊຸດ ແລະ ໃຫ້ຢາປິ່ນປົວມາເລເລຍຫລາຍກ່ວາ 70.000 ຊຸດເຊິ່ງເປັນມູນຄ່າທັງໝົດຫຼາຍກ່ວາ 3.5 ລ້ານໂດລາສະຫະລັດ. ນອກຈາກນີ້, ໃນການຮັບມືກັບພະຍາດໂຄວິດ-19, ສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 7.5 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ.