ແຜ່ນດິນໄຫວພາຍໃນປະເທດ ຈໍານວນ 1 ຄັ້ງ ໃນບໍລິເວນເມືອງເງິນ ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈາກສູນຂ່າວສານແຜ່ນດິນໄຫວ ແຫ່ງຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 28 ຕຸລາ 2023 ເວລາ 20:58 ໂມງ ໄດ້ພົບສັນຍານເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 1 ຄັ້ງ ໃນບໍລິເວນເມືອງເງິນ ແຂວງໄຊຍະບູລີ ມີຄວາມແຮງສັ່ນສະເທືອນ 1.6 ຣີກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 1 ກິໂລແມັດ (Km) ຫ່າງຈາກເທສະບານເມືອງເງິນ ປະມານ 6 Km. ເຫດແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.