ເຕືອນໄພ!! ມິດສາຊີບ ແອບອ້າງປ່ອຍເງິນກູ້ທາງອອນລາຍ ເພື່ອຫລອກໃຫ້ໂອນເງິນຄ່າທຳນຽມ

ປັດຈຸບັນມີມິດສາຊີບກຸ່ມໜຶ່ງໄດ້ສ້າງໜ້າເພຈເຟສບຸກໂດຍແອບອ້າງເປັນທະນາຄານທຸລະກິດ ປ່ອຍກູ້ເງິນອອນລາຍ ແລະ ໂຄສະນາວ່າສາມາດປ່ອຍເງິນກູ້ອອນລາຍ ໂດຍມີຂັ້ນຕອນອະນຸມັດທີ່ວ່ອງໄວ, ການກູ້ຢືມແມ່ນງ່າຍດາຍ ພຽງແຕ່ຕ້ອງການບັດປະຈໍາຕົວ ເເລະ ປື້ມສໍາມະໂນຄົວ ກໍໄດ້ຮັບເງິນກູ້ທັນທີພາຍໃນເວລາ 30 ນາທີ ແລະ ຜູ້ທີ່ສົນໃຈກູ້ເງິນແມ່ນຕ້ອງໄດ້ໂອນເງິນຊໍາລະຄ່າທໍານຽມກ່ອນ ໂດຍອ້າງວ່າຈະໄດ້ຮັບຄ່າທໍານຽມດັ່ງກ່າວຄືນພ້ອມກັບເງິນກູ້, ເມື່ອມີຜູ້ຫລົງເຊື່ອໂອນຄ່າທຳນຽມແລ້ວ ຈະຕິດຕໍ່ບໍ່ໄດ້ທັນທີ ຫລື ຖືກບັອກເບີໂທ, ບັອກຊ່ອງທາງຕິດຕໍ່ທາງອອນລາຍທຸກຊ່ອງທາງ.
 
ກຸ່ມມິດສາຊີບຫລອກໂອນເງິນດັ່ງກ່າວແມ່ນໄດ້ນຳໃຊ້ຊີມເບີໂທລະສັບ ຂອງລາວ ຄາດວ່າມິດສາຊີບກຸ່ມນີ້ອາດຈະອາໄສຢູ່ພາຍໃນ ສປປ ລາວ. ຈາກກໍລະນີນີ້, ທະນາຄານແຫ່ງ ສປປ ລາວ ກໍໄດ້ອອກແຈ້ງການເຕືອນ ແລະ ແຈ້ງວ່າຍັງບໍ່ໄດ້ອະນຸຍາດໃຫ້ທະນາຄານທຸລະກິດໃດ ໃນ ສປປ ລາວ ປ່ອຍກູ້ຜ່ານລະບົບອອນລາຍ.