ວັນທີ 7 ຕຸລາ 2022 ສະມາຄົມມິດຕະພາບ ລາວ-ຣັດເຊຍ ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ ( 07/10/1960-07/10/2022 ) ມີ ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຣັດເຊຍ ທ່ານ ວາດີເມຍ ກາລິນິນ (Mr. Vladimir A. KALININ) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ນອກນັ້ນ ຍັງມີຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ຄະນະນຳກະຊວງການຕ່າງປະເທດ ຄະນະນໍາກະຊວງປ້ອງກັນປະເທດ ຫົວໜ້າຫ້ອງການຜູ້ຕາງໜ້າສະມາຄົມມິດຕະພາບ ຣັດເຊຍ-ລາວ ປະຈຳ ສປປ ລາວ ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຣັດເຊຍ ເຂົ້າຮ່ວມ.
ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຣັດເຊຍ ໄດ້ມີຄຳເຫັນກ່ຽວກັບລາວ ແລະ ຣັດເຊຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 7 ຕຸລາ 1960 ນັບແຕ່ນັ້ນເປັນຕົ້ນມາ ສອງປະເທດໄດ້ມີການພັດທະນາ ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງເປັນແຕ່ລະໄລຍະ ເຖິງແມ່ນວ່າ ລາວ ແລະ ຣັດເຊຍ ຈະມີທີ່ຕັ້ງພູມສັນຖານຢູ່ຫ່າງໄກກັນຄົນລະທະວີບ ແຕ່ສອງປະເທດກໍພະຍາຍາມພັດທະນາ ແລະ ເສີມຂະຫຍາຍສາຍພົວພັນໃຫ້ນັບມື້ແໜ້ນແຟ້ນ ມີການໄປມາຫາສູ່ກັນ ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕັ້ງແຕ່ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນສອງຊາດ ມີຄວາມເຂົ້າໃຈກັນ ເຫັນໃຈ ມີການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ການນໍາຂັ້ນສູງຂອງສອງປະເທດມີການແລກປ່ຽນຢ້ຽມຢາມ ບັນດາຂະແໜງການຕ່າງໆຂອງສອງປະເທດ ກໍໄດ້ມີການພົວພັນຮ່ວມມືກັນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ນອກຈາກການຮ່ວມມືສອງຝ່າຍ ສປປ ລາວ ແລະ ສ ຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.
ສະມາຄົມມິດຕະພາບ ລາວ-ຣັດເຊຍ ໃນຖານະເຮັດໜ້າທີ່ເຄື່ອນໄຫວວຽກງານການທູດປະຊາຊົນ ຍາມໃດກໍສະໜັບສະໜູນ ແລະ ເຮັດໜ້າທີ່ເປັນຂົວຕໍ່ ການພົວພັນຮ່ວມມືກັບຂະແໜງການຕ່າງໆຂອງສອງປະເທດໃຫ້ມີການພົວພັນຮ່ວມມື ຊຸກຍູ້ໃຫ້ປະຊາຊົນສອງຊາດ ລາວ ແລະ ຣັດເຊຍ ໄດ້ມີການພົວພັນຮ່ວມມື ໄປມາຫາສູ່ກັນຫຼາຍຂື້ນ ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ເກີດດອກອອກຜົນ ໄລຍະຜ່ານມາ ສະມາຄົມມິດຕະພາບ ລາວ-ຣັດເຊຍ ຮ່ວມກັບສະມາຄົມມິດຕະພາບ ຣັດເຊຍ-ລາວ ຈັດກິດຈະກໍາເນື່ອງໃນໂອກາດວັນສຳຄັນຂອງສອງປະເທດ ຄື: ວັນຊາດ ວັນສ້າງຕັ້ງສາຍພົວພັນການທູດ ວັນມະຫາປະຕິວັດສັງຄົມນິຍົມເດືອນຕຸລາ ວັນໄຊຊະນະເໜືອຟາຊິດ ແລະ ອື່ນໆ.
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈມາຍັງສະມາຄົມມິດຕະພາບ ລາວ-ຣັດເຊຍ ກໍຄືພັກ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວຂຶ້ນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານ ລະຫວ່າງລາວ ແລະ ຣັດເຊຍ ທີ່ລັດຖະບານ ແລະ ປະຊາຊົນຂອງສອງປະເທດມີຄວາມເຊື່ອໝັ້ນ ໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ຊ່ວຍເຫຼືອກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນ ໃນນັ້ນ ທ່ານ ເອກອັກຄະລັດຖະທູດ ໄດ້ໃຫ້ຄຳໜັ້ນສັນຍາຈະສຶບຕໍ່ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວຂອງສອງປະເທດ ສ ຣັດເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂື້ນ.