ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດສະຫລອງວັນສ້າງຕັ້ງຄົບຮອບ 20 ປີ

ໃນວັນທີ 25-27 ເມສານີ້, ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ (ສຄກປ) ໄດ້ຈັດງານສະເຫລີມສະຫລອງວັນສ້າງຕັ້ງສະຖາບັນຂອງຕົນຄົບຮອບ 20 ປີ ທັງເປັນການສະຫລຸບໝາກຜົນຂອງການເອົາໃຈໃສ່ຊີ້ນໍານໍາພາຂອງຄະນະພັກຕໍ່ກັບການພັດທະນາວຽກງານດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ມີທ່ານ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມນໍາດ້ວຍ.
ທ່ານ ຫົວໜ້າສະຖາບັນດັ່ງກ່າວໃຫ້ຮູ້ວ່າ: ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ (ສຄກປ) ສ້າງຕັ້ງຂຶ້ນໃນວັນທີ 19 ເມສາ 1999 ໂດຍກະຊວງກະສິກໍາ ແລະ ປ່າໄມ້, ມີພາລະບົດບາດເປັນໃຈກາງໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານຄົ້ນຄວ້າວິທະຍາສາດ-ເຕັກນິກ ແລະ ນະໂຍບາຍກະສິກໍາ-ປ່າໄມ້ ເພື່ອປະກອບເຂົ້າໃນການຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດການພັດທະນາກະສິກໍາ ແລະ ປ່າໄມ້.
ໃນໂອກາດການສະຫລອງດັ່ງກ່າວ, ກໍໄດ້ເປີດງານວາງສະແດງສນຄ້າກະສິກໍາ-ຫັດ ຖະກໍາ ແລະ ສວນສາທິດໃນວຽກງານຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະ ນາຊົນນະບົດ, ຈັດສໍາມະນານໍາສະເໜີຜົນຄົ້ນຄວ້າຕ່າງໆຕາມ 4 ແຜນງານທີ່ໄດ້ກໍານົດໄວ້ຄື: ຄົ້ນຄວ້າດ້ານກະສິກໍາ ແລະ ປ່າໄມ້ຢູ່ລາວ ແລະ ປຶກສາຫາລືກ່ຽວກັບຍຸດທະສາດການຄົ້ນຄວ້າໃນອະນາຄົດ ແລະ ໃນໂອກາດນີ້ກໍໄດ້ມອບໂລ້ລາງວັນໃຫ້ນັກຄົ້ນຄວ້າ ແລະ ນັກວິຊາການດີເດັ່ນອີກຈໍານວນໜຶ່ງຄື: ຜົນການປັບປຸງແນວພັນເຂົ້າ, ແນວພັນສັດ, ສາລີ, ຖົ່ວ, ແນວພັນຜັກ ແລະ ທາງຜ່ານປາ ທີ່ໄດ້ຮັບລາງວັນດີເດັ່ນຂອງຕ່າງປະເທດອີກດ້ວຍ.

