ຈະນຳໃຊ້ຂໍ້ມູນສະຖິຕິເຂົ້າໃນການສົ່ງເສີມ ການຜະລິດ-ການບໍລິການຫົວໜ່ວຍວິສາຫະກິດ
ກອງປະຊຸມປືກສາຫາລືກ່ຽວກັບການນຳໃຊ້ຂໍ້ມູນສະຖິຕິ ເຂົ້າໃນການສົ່ງເສີມການຜະລິດ ແລະ ການບໍລິການຂອງຫົວ ໜ່ວຍວິສາຫະກິດ ແລະ ຫ້າງຮ້ານ ຈັດຂຶ້ນວັນທີ 3 ສິິງຫາ 2023 ເປັນປະທານຂອງ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ມີທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ທ່ານ ນາງ ພອນສະຫຼີ ສຸກສະຫວັດ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງ ເພື່ອດຳເນີນຈັດຕັ້ງປະຕິບັດການສຳຫຼວດຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານແບບຕົວແທນລະດັບຊາດ ປະຈຳໄຕມາດ ປີ 2022 ການສຳຫຼວດດັ່ງກ່າວ ແມ່ນໜຶ່ງໃນວຽກງານບູລິມະສິດຂອງລັດຖະບານ ແລະ ນອນໃນຍຸດທະສາດ ການພັດ ທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດ 2030 ໂດຍສະເພາະຕິດພັນກັບວຽກງານຕິດຕາມ ປະເມີນ ວິໄຈ ຕົວເລກລວມຍອດຜະລິດຕະພັນພາຍໃນ “QGDP” ປະຈຳໄຕມາດ ຫຼື ການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ເປັນຕົວຊີ້ບອກສຳຄັນທີ່ສຸດ ໃນການຕີລາຄາສະພາບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ການຕິດຕາມຜົນສໍາເລັດໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ພ້ອມທັງເປັນພື້ນຖານໃນການວາງນະໂຍບາຍ ແລະ ເປັນການສ້າງເງື່ອນໄຂໃຫ້ແກ່ການສ້າງແຜນການ 5 ປີ ຄັ້ງທີ X (2026-2030) ກໍຄືການຈັດຕັ້ງປະຕິບັດຍຸດທະສາດຮອດປີ 2025 ແລະ ວິໄສທັດຮອດປີ 2030 ເພື່ອນຳພາປະເທດກ້າວໄປສູ່ປະເທດກຳລັງພັດທະນາທີ່ມີລາຍຮັບປານກາງ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ.
ການສໍາຫຼວດວິສາຫະກິດ ແລະ ຫ້າງຮ້ານ ປະຈໍາໄຕມາດປີ 2022 ນີ້ ຈຸດປະສົງ ແມ່ນເກັບກໍາຂໍ້ມູນກ່ຽວກັບຮູບແບບການດໍາເນີນທຸລະກິດ ກິດຈະກໍາເຄື່ອນໄຫວທາງດ້ານເສດຖະກິດ ການຜະລິດ ແລະ ການບໍລິການ ລາຍຮັບ ແລະ ລາຍຈ່າຍຂອງບັນດາຫົວໜ່ວຍທຸລະກິດ ສະພາບການດໍາເນີນທຸລະກິດ ແລະ ຕົວຊີ້ບອກທາງດ້ານເສດຖະກິດອື່ນໆ

