ສັ່ງປິດ ກິດຈະການບໍ່ແຮ່ ແລະ ການກໍ່ສ້າງເຂື່ອນຊົ່ວຄາວຫລັງພົບພະນັກງານຕິດເຊື້ອໂຄວິດ

ໃນວັນທີ 5 ເມສານີ້ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການສະ ບັບເລກທີ 0432/ພບ ໃຫ້ປິດການດຳເນີນກິດຈະການໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກເປັນຊົ່ວຄາວ ນັບແຕ່ວັນທີ 01-19 ເມສາ. ຫລັງຈາກ ພົບກໍລະນີຜູ້ຕິດເຊື້ອ ໂຄວິດ-19 ຜູ້ທີ 11 ເປັນພະນັກງານບໍລິສັດພູເບັ້ຍ ມາຍນິງ ເຊິ່ງເປັນບໍລິສັດຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ເພື່ອແນໃສ່ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ທີ່ກຳລັງລະບາດຮ້າຍແຮງໄປທົ່ວໂລກນັ້ນໃຫ້ຢຸດຕິລົງ.

