ຜົນການສຳຫລວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນຂອງລາວດີຂຶ້ນທຽບກັບ 5 ປີກ່ອນ

ສູນສະຖິຕິແຫ່ງຊາດ ໄດ້ປະກາດຜົນການສຳຫລວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນຄັ້ງທີ 6 ເຊິ່ງໂດຍລວມເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນລາວ ນັບມື້ດີຂຶ້ນເມື່ອທຽບໃສ່ 5 ປີຜ່ານມາ, ພ້ອມນັ້ນຄົວເຮືອນລາວ ມີການຊົມໃຊ້ ແລະ ການໃຊ້ຈ່າຍໃນນາມເພີ່ມຂຶ້ນ.

ການປະກາດຜົນດັ່ງກ່າວ ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ​ໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.​​

ການສໍາຫລວດນີ້ແມ່ນເພື່ອຕອບສະໜອງຂໍໍ້ມູນຂ່າວສານທີ່ຄົບຖ້ວນ, ມີຄຸນນະພາບ  ແລະ ບັນດາຕົວຊີ້ບອກໃຫ້ແກ່ການຕີລາຄາ-ປະເມີນຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ກໍຄືການວາງແຜນໃນຕໍ່ໜ້າ ກໍຄືສະພາບການດໍາລົງຊີວິດຂອງຄົວເຮືອນ ໃນ ສປປ ລາວ.

ຜົນການສໍາຫລວດດັ່ງກ່າວປະກອບມີຄຸນລັກສະນະຂອງຄົວເຮືອນ, ການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ, ການເຂົ້າເຖິງການບໍລິການດ້ານສຶກສາ ແລະ ສາທາລະນະສຸກ, ການຜະລິດ ແລະ ກິດຈະກໍາທຸລະກິດຂອງຄົວເຮືອນ, ການນໍາໃຊ້ເວລາ ແລະ ຄວາມທຸກຍາກໃນ ສປປ ລາວ ເຊິ່ງໂດຍລວມເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ດີຂຶ້ນທຽບໃສ່ 5 ປີຜ່ານມາ, ຄົວເຮືອນລາວ ມີການຊົມໃຊ້ ແລະ ການໃຊ້ຈ່າຍໃນນາມເພີ່ມຂຶ້ນ, ເຖິງແມ່ນວ່າສ່ວນຫລາຍຍັງແມ່ນການຊົມໃຊ້ດ້ານສະບຽງອາຫານ ແຕ່ກໍຫັນໄປບໍລິໂພກອາຫານທີ່ເປັນປະໂຫຍດ ແລະ ມີທາດໂປຼຕິນຫລາຍຂຶ້ນ ແລະ ເຫັນໄດ້ວ່າຄົນລາວ ມີການໃສ່ໃຈດ້ານສຸຂະພາບຫລາຍຂຶ້ນ ​ແລະ ຍັງເຫັນໄດ້ວ່າອັດຕາສ່ວນຄວາມທຸກຍາກຢູ່ ສປປ ລາວ ຫລຸດລົງ ຈາກ 23,2% ໃນປີ 2012-2013 ມາເປັນ 18,3% ໃນປີ 2018-2019.