ການທ່ອງທ່ຽວລາວ ຈະກັບມາປົກກະຕິເມື່ອໃດ?

ໂດຍ: ມຶກບໍ່ແຫ້ງ
ຂະແໜງທ່ອງທ່ຽວ ແມ່ນໜຶ່ງໃນຂະແໜງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ເຊິ່ງມາຮອດໃນປັດຈຸບັນພວກເຮົາບໍ່ຮູ້ວ່າ ເມື່ອໃດສະຖານະການຈະກັບມາເປັນປົກກະຕິໄດ້.
ລັດຖະບານເຮົາໄດ້ວາງເປົ້າໝາຍໄວ້ວ່າ ໃນປີ 2020 ສປປລາວ ຈະສາມາດດຶງດູດນັກທ່ອງທ່ຽວຈາກຕ່າງປະເທດປະມານ 4.5 ລ້ານຄົນແຕ່ນັບແຕ່ທ້າຍໄຕມາດ 1 ຂອງ 2020 ຂະແໜງການທ່ອງທ່ຽວໄດ້ພົບກັບຜົນກະທົບທີ່ບໍ່ເຄີຍມີມາກ່ອນ ຍ້ອນການລະບາດຂອງພະຍາດໂຄວິດ 19.
ການລະບາດດັ່ງກ່າວ ແມ່ນເຮັດໃຫ້ ການໄປມາຫາສູ່ກັນ ຢຸດສະງັກ, ໂຈະການໃຫ້ການບໍລິການ ສາຍການບິນສາຍຕ່າງໆ, ບັນດາຊາຍແດນກໍປິດໝົດເຮັດໃຫ້ຜູ້ປະກອບການທັງຫຼາຍຕ້ອງໄດ້ ປິດກິດຈະການ ຮວມທັງບັນດາ ຮ້ານອາຫານ, ເຮືອນພັກ, ໂຮງແຮມແມ່ນໄດ້ຮັບຜົນກະທົບທັງໝົດ.
ພ້ອມນັ້ນ ປະຊາຊົນຜູ້ທີ່ປະກອບອາຊີບກ່ຽວກັບການທ່ອງທ່ຽວ ເຊັ່ນ ການຂາຍເຄື່ອງຫັດຖະກຳ, ການບໍລິການ ແລະ ອື່ນໆ ຕ້ອງເປັນຄົນວ່າງວຽກ.
ອີງຕາມການລາຍງານຂອງໂທລະພາບແຂວງຫຼວງພະບາງ ເມື່ອບໍ່ດົນຜ່ານມານີ້ ໃຫ້ຮູ້ວ່າປະຊາຊົນບ້ານໂພນສະອາດ ນະຄອນຫຼວງພະບາງງ ແມ່ນໄດ້ຮັບຜົນກະທົບໜັກສົມຄວນ ເພາະປະຊາຊົນ ບ້ານດັ່ງກ່າວ ແມ່ນອາໄສ ຜະລິດເຄື່ອງງຫັດຖະກຳຂາຍ ແລະ ປະກອບອາຊີບ ບໍລິການ ການທ່ອງທ່ຽວຕ່າງໆ ແລະ ເມື່ອມາພົບພໍ້ ໂຄວິດ 19 ນີ້ແລ້ວ ເຮັດໃຫ້ປະຊາຊົນບໍ່ສາມາດ ສ້າງລາຍຮັບ ແກ່ຄອບຄົວໄດ້ຢ່າງທີ່ເຄີຍເປັນ.
ແຕ່ຢ່າງໃດກໍດີ ທ່າມກາງວິກິດ ຍັງມີໂອກາດ, ໜຶ່ງໃນ ຄຳແນະນຳ ຂອງສະຖາບັນຄົ້ນຄວ້າເສດຖະກິດ ແຫ່ງຊາດ ຕໍ່ກັບລັດຖະບານເຮົານັ້ນ ແມ່ນ ເລື່ອງການທ່ອງທ່ຽວ. ເພິ່ນກໍໄດ້ ໃຫ້ຮູ້ວ່າ ຂະແໜງການທ່ອງທ່ຽວ ແມ່ນໄດ້ຮັບຜົນກະທົບໜັກທີ່ສຸດ ທຽບໃສ່ ຂະແໜງການອື່ນໆ.
ເພື່ອຫັນວິກິດ ເປັນໂອກາດ ນັ້ນ ສະຖາບັນເສດກິດ ແຫ່ງຊາດໄດ້ ແນະນຳວ່າ ພວກເຮົາ ຄວນສົ່ງເສີມການທ່ອງທ່ຽວພາຍໃນເພີ່ມຂື້ນ ເຊິ່ງອາດເປັນທາງເລືອກທີ່ດີ ເພາະ ເມື່ອໃດ ທີ່ລັດຖະບານ ສາມາດ ປົດລ໋ອກ ພາຍໃນປະເທດ, ເມື່ອໃດການໄປມາ ພາຍໃນປະເທດ ໄດ້ສະດວກນັ້ນກໍຖືວ່າ ຈະສາມາດ ອຳນວຍແກ່ການທ່ອງທ່ຽວພາຍໃນປະເທດໄດ້.
ຄຽງຄູ່ກັນນັ້ນ ສະຖານທີ່ທ່ອງທ່ຽວໃນ ສປປລາວ ກໍກຳລັງໄດ້ຮັບການພັດທະນາຢ່າງຄຶກຄັກ, ນອກຈາກ ການທ່ຽວຊົມ ສະຖານທີ່ ບູຮານ, ວັດທະນະທຳ ແລ້ວ ການທ່ອງທ່ຽວ ແບບ ອະນຸລັກ ຕາມເຂດ ປ່າສະຫງວນແຫ່ງຊາດ ແຫ່ງຊາດແຫ່ງຕ່າງໆ ກໍສາມາດມີທາງເລືອກຫຼາຍພໍສົມຄວນ ເຊັ່ນ ປ່າສະຫງວນ ນ້ຳ ແອດ-ພູເລີຍ, ນ້ຳຫ້າ ແລະ ອື່ນໆ ທີ່ໜ້າສົນໃຈ.
ການທ່ອງທ່ຽວພາຍໃນປະເທດພວກເຮົາ ກໍສົ່ງເສີມເສດຖະກິດຂອງພວກເຮົາ, ຮູ້ຈັກ ແລະ ຮັກຫອມ ຄວາມເປັນປະເທດລາວເຮົາຫຼາຍຂຶ້ນ, ດັ່ງນັ້ນ ໂດຍບໍ່ຕ້ອງລໍຖ້າ ວ່າເມື່ອໃດສະຖານະການ ທ່ອງທ່ຽວຈະດີຂຶ້ນ ພວກເຮົາຈົ່ງມາທ່ອງທ່ຽວໃນປະເທດເຮົາກັນເທາະ.

