ເບນເຊມາ ຕໍ່ສັນຍາໃໝ່ກັບ ຣິນ ມາດຣິດ ແລ້ວ

ຄາຣິມ ເບນເຊມາ ດາວ ຍິງຊາວຝຣັ່ງ ອາຍຸ 29 ປີ ຕົກ ລົງຕໍ່ສັນຍາສະບັບໃໝ່ກັບ ຣິນ ມາດຣິດ ອອກໄປຮຽບຮ້ອຍ ແລ້ວ ເຮັດໃຫ້ລາວຈະຢູ່ຫຼິ້ນໃນ ຖິ່ນຊານຕິອາໂກ ເບນາເບວ ຈົນເຖິງວັນທີ 30 ມີນາ 20 21.
ກ່ອນໜ້ານີ້ ເບນເຊມາ ເຫຼືອສັນຍາກັບ ຣິນ ມາດຣິດ ອີກພຽງ 2 ປີ ແລະ ຫຼັງລາວຕໍ່ ສັນຍາກັບທີມອອກໄປ ເຮັດ ໃຫ້ ເບນເຊມາ ເປັນຜູ້ຫຼິ້ນໂຕ ສຳຄັນຄົນທີ 4 ຕໍ່ຈາກ ອິສໂກ, ມາເຊໂລ, ດານີ ກາບາມາລ ທີ່ ຕໍ່ສັນຍາໄລຍະຍາວກັບທີມ ໃນເດືອນນີ້.
ໃນໄລຍະອາທິດຜ່ານມາ ເບນເຊມາ ຕົກເປັນຂ່າວວ່າ ອາດຈະຍ້າຍໄປຢູ່ກັບ ອາເຊ ນອລ ແຕ່ສຸດທ້າຍ ເບນເຊມາ ຕັດສິນໃຈຝາກອະນາຄົດໄລ ຍະຍາວເອົາໄວ້ກັບ ຣິນ ມາ ດຣິດ.