ບາຊາ ເຈລະຈາດຶງ ເນມາ ກັບຖິ່ນ ຄຳນູ

ໂກລ ດອດ ຄອມ ລາຍງານໂດຍອ້າງແຫລ່ງຂ່າວໃນແຄວ້ນຄາຕາລຸນຢາ ລະບຸວ່າ: ບາເຊໂລນາ ກຳລັງພະຍາຍາມດຶງ ເນມາ ກອງໜ້າທີມຊາດບຣາຊິລຂອງ ປາຣີ ແຊງແຊກແມງ ກັບມາຫລິ້ນໃນຖິ່ນຄຳນູອີກຄັ້ງ.
ແຫລ່ງຂ່າວເປີດເຜີຍວ່າ: ເນມາ ເຈົ້າຂອງຄ່າຕົວ 222 ລ້ານຢູໂຣ ກຳລັງບໍ່ມີຄວາມສຸກໃນຖິ່ນພາຣກ ເດິ ແພຣງ ເຖິງວ່າຢູ່ກັບທີມພຽງປີດຽວ ຈຶ່ງເບິ່ງຫາຊ່ອງທາງຍ້າຍອອກ, ທີມງານຂອງ ເນມາ ໄດ້ມີການຕິດຕໍ່ກັບຄະນະບໍລິຫານ ບາເຊໂລນາ ສະເໜີເຖິງລາຍລະອຽດວ່າເຮັດແນວໃດໃຫ້ການຍ້າຍທີມເກີດຂຶ້ນ.
ແຕ່ເບິ່ງຄືວ່າຍັງມີບັນຫາຫລາຍຢ່າງ ບໍ່ວ່າຈະແຟນບານ ບາຊາ ທີ່ບໍ່ພໍໃຈ ເນມາ ຕອນຍ້າຍອອກໄປ. ອີກທັງ ເນມາ ຕ້ອງຍອມຫລຸດຄ່າເມື່ອຍລົງມາຈາກທີ່ໄດ້ເກືອບ 40 ລ້ານຢູໂຣຕໍ່ປີ ເຊິ່ງໃນກໍລະນີຫລັງອາດມີຄວາມເປັນໄປໄດ້.

