ຜົນສໍາເລັດທີ່ພົ້ນເດັ່ນຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໄລຍະກາງສະໄໝຂອງແຜນ 5 ປີ ຄັ້ງທີ IX (ປີ 2021-6 ເດືອນຕົ້ນປີ 2023)

ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຈັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ພະລັງງານ ແລະ ບໍ່ແຮ່ ສະໄໝທີ III ຂຶ້ນໃນວັນທີ 25 ກໍລະກົດ ນີ້ ໂດຍການເປັນປະທານ ແລະ ຊີ້ນຳກອງປະຊຸມຂອງ ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ທ່ານ ໂພໄຊ ໄຊຍະສອນ ລາຍງານວ່າ: ໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025) ເພື່ອເປັນການຜັນຂະຫຍາຍມະຕິ XI ຂອງສູນກາງພັກເຂົ້າສູ່ລວງເລິກກໍຄື ການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX (2021-2025) ຂອງລັດຖະບານກໍຄືແຜນການ 5 ປີ ຄັ້ງທີ IX ຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໃນກາງສະໄໝ ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ, ອັນພົ້ນເດັ່ນໄລຍະກາງສະໄໝຂອງແຜນ 5 ປີ ຄັ້ງທີ IX (ປີ 2021-6 ເດືອນຕົ້ນປີ 2023) ການຂະຫຍາຍຕົວຂອງຂະແໜງພະລັງງານ ແລະ ບໍ່ແຮ່ ໃນໄລຍະກາງສະໄໝຂອງເເຜນການ 5 ປີ ຄັ້ງທີ IX (2021- 6 ເດືອນຕົ້ນປີ 2023) ມີອັດຕາສະເລ່ຍເພີ່ມຂຶ້ນ 18,50%, ລວມຍອດມູນຄ່າຜະລິດຕະພັນຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດປະຕິບັດໄດ້ 154.888 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາ (59.199 ຕື້ກີບ) ເພີ່ມຂຶ້ນ 161,64%, ທຽບໃສ່ແຜນການ 5 ປີຄັ້ງທີ IX (196.991 ຕື້ກີບ) ປະຕິບັດໄດ້ 66,62%. ໃນນີ້, ຂະແໜງພະລັງງານ ປະຕິບັດໄດ້ 93.848 ຕື້ກີບ ທຽບໃສ່ໃນໄລຍະກາງສະໄໝຂອງແຜນການ 5 ປີ ຄັ້ງທີ VIII ມີມູນຄ່າ (32.766 ຕື້ກີບ) ເພີ່ມຂຶ້ນ 186,42%, ທຽບໃສ່ແຜນການ 5 ປີ ຄັ້ງທີ IX (276.096 ລ້ານ kWh) ປະຕິບັດໄດ້ 43,56%, ມູນຄ່າ (140.879 ຕື້ກີບ) ປະຕິບັດໄດ້ 66,62% ແລະ ຂະແໜງບໍ່ແຮ່ ປະຕິບັດໄດ້ 61.039 ຕື້ກີບ ທຽບໃສ່ໄລຍະກາງສະໄໝ ຂອງແຜນການ 5 ປີ ຄັ້ງທີ VIII (26.432 ຕື້ກີບ) ເພີ່ມຂຶ້ນ 130,92%, ທຽບໃສ່ແຜນການ 5 ປີ ຄັ້ງທີ IX (56.111 ຕື້ກີບ) ປະຕິບັດໄດ້ລື່ນແຜນ 8,78%.
ນອກນັ້ນ, ຍັງໄດ້ມີການຊຸກຍູ້ການພັດທະນາແຫຼ່ງຜະລິດພະລັງງານ, ການແລກປ່ຽນຊື້-ຂາຍພະລັງງານກັບ ຕ່າງປະເທດ, ການປັບປຸງຍົກລະດັບສາຍສົ່ງສະຖານີ, ການໃຫ້ການບໍລິການ, ການສົ່ງເສີມການນໍາໃຊ້ພະລັງງານເຂົ້າໃນການຄົມມະນາຄົມ, ມາຮອດປັດຈຸບັນມີແຫຼ່ງຜະລິດພະລັງງານໄຟຟ້າທີ່ເປັນການຄຸ້ມຄອງຂອງ (EDL, EDL-Gen, IPP) ທີ່ມີ ກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີຈຳນວນທັງໝົດ 94 ແຫ່ງ, ໂຄງການພະລັງງານນໍ້າມີທັງໝົດ 81 ແຫ່ງ, ພະລັງງານແສງຕາເວັນ 8 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ, ລວມກໍາລັງຕິດຕັ້ງ 11.661,14 MW. ຄວາມອາດສາມາດຜະລິດພະລັງງານໄຟຟ້າ 58.813,42 GWh/ປີ. ນອກຈາກນີ້, ຍັງມີແຫຼ່ງຜະລິດໄຟຟ້າທີ່ຮັບໃຊ້ພາຍໃນລະບົບ ອຸດສາຫະກຳຂອງຕົນເອງມີຈຳນວນ 2 ແຫ່ງຄື: ພະລັງງານຄວາມຮ້ອນຖ່ານຫີນ ຢູ່ແຂວງສະຫວັນນະເຂດ ມີກຳລັງຕິດຕັ້ງ 110 MW ແລະ ພະລັງງານຄວາມຮ້ອນຖ່ານຫີນ ຢູ່ແຂວງສາລະວັນ ມີກຳລັງການຕິດຕັ້ງ 15 MW.

