ວັນທີ 14 ກໍລະກົດ 2023 ຜ່ານມາ, ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນຜ່ານວິດີໂອທາງໄກ ພາຍໃຕ້ຫົວຂໍໍ້: “ການພົວພັນແລກປ່ຽນ ລະຫວ່າງ ບັນດາອະລິຍະທຳ: ບັນດາປະເທດຢູ່ພາຍໃນທະວີບ ແລະ ໝູ່ເກາະ” (Dialogue Between Civilizations: Continental and Insular) ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຄະນະຜູ້ແທນຈາກ 4 ພັກການເມືອງຄື: ພັກກອມມູນິດຫວຽດນາມ, ພັກປະຊາຊົນ ປະຕິວັດລາວ, ພັກປະຊາຊົນກຳປູເຈຍ ແລະ ພັກໂກນກາຈາກອິນໂດເນເຊຍ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍຖືເປັນກິດຈະກຳໜຶ່ງຂອງແນວຄິດລິເລີ່ມກຳຈັດກາ (Kamchatka) ຊຶ່ງເປັນ “ເທດສະການມາຣາທອນ ກ່ຽວກັບ ວັດທະນະທຳ” “Festival Marathon of culture” ຄັ້ງທີ 6.
ໃນກອງປະຊຸມດັ່ງກ່າວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ຂອງພັກຣັດເຊຍເອກະພາບ; ສະແດງການສະໜັບສະໜູນແນວຄິດລິເລີ່ມຂອງບັນດາປະເທດເພື່ອນມິດ ທີ່ກ່ຽວຂ້ອງກັບການພົວພັນແລກປ່ຽນ ລະຫວ່າງ ບັນດາອະລິຍະທໍາ, ລວມທັງແນວຄິດລິເລີ່ມ ຂອງພັກຣັດເຊຍເອກະພາບໃນຄັ້ງນີ້ ເພື່ອເສີມຂະຫຍາຍການແລກປ່ຽນລະຫວ່າງ ບັນດາປະເທດໃນທະວີບ ແລະ ໝູ່ເກາະຕ່າງໆ ໃນດ້ານການເມືອງ, ດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ການສຶກສາ, ວິທະຍາສາດ ແລະ ອື່ນໆ; ຍົກໃຫ້ເຫັນການພັດທະນາອະລິຍະທໍາຂອງພາກພື້ນອາຊີ-ປາຊີຟິກ ໃນຂອບອາຊຽນ ກໍຄື ອະລິຍະທໍາຂອງປະເທດລາວ ທີ່ໄດ້ຮັບການພັດທະນາມາແຕ່ສະໄໝບູຮານ ຊຶ່ງຊາດລາວເປັນປະເທດໜື່ງທີ່ມີເອກະລັກສະເພາະ ແລະ ຄວາມອຸດົມສົມບູນທາງດ້ານວັດທະນະທຳ; ພັກ ປປ ລາວ ຖືເອົາວັດທະນະທໍາ ເປັນພື້ນຖານແຫ່ງການຍືນຍົງຂອງຊາດ, ເປັນໜຶ່ງໃນກຳລັງຊຸກດັນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ທັງແມ່ນຈຸດໝາຍຂອງການພັດທະນາ. ບົນພື້ນຖານດັ່ງກ່າວ, ພັກ ປປ ລາວ ຍົກສູງວຽກງານວັດທະນະທໍາ ແລະ ວາງແນວທາງນະໂຍບາຍ ແລະ ຍຸດທະສາດ ເພື່ອອະນຸລັກ, ສົ່ງເສີມ ແລະ ພັດທະນາວັດທະນະທໍາຂອງຊາດ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ມີລັກສະນະຊາດ, ປະຊາຊົນ ແລະ ກ້າວໜ້າ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມຍຸຕິທໍາ ແລະ ຄວາມປອງດອງພາຍໃນຊາດ ແລະ ເຂົ້າຮ່ວມໃນການພັດທະນາວັດທະນະທໍາ ກໍຄື ອະລິ ຍະທໍາ ຂອງພາກພື້ນອາຊີ-ປາຊີຟິກ ແລະ ທະວີບອື່ນໆໃນໂລກ ໂດຍການອະນຸລັກຮັກສາຈິດໃຈ ແລະ ຄວາມເປັນເອກະລັກຂອງພາກພື້ນ ແລະ ທະວີບຕ່າງໆ; ສະແດງຄວາມໝາຍໝັ້ນຂອງພັກ ປປ ລາວ ໃນການສືບຕໍ່ປຶກສາຫາລື ແລະ ຮ່ວມມືກັບບັນດາພັກການເມືອງ ແລະ ບັນດາປະເທດເພື່ອນມິດ ເພື່ອສົ່ງເສີມການພົວພັນແລກປ່ຽນ ລະຫວ່າງ ບັນດາອະລິຍະທໍາ ຂອງບັນດາປະເທດຕ່າງໆ ເພື່ອສັນຕິພາບ, ຄວາມໝັ້ນຄົງ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະຊາຊາດໃນໂລກ.

ຂ່າວ-ພາບ: ຄຕພ