ລາວເອົາໃຈໃສ່ຍົກລະດັບຄຸນນະພາບຂອງພະນັກງານນໍາທ່ຽວ

ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ,
ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດຊຸດຝຶກອົບຮົມໃຫ້ພະນັກງານນຳທ່ຽວລະດັບຊາດຊຸດທີ
26
ຂຶ້ນໃນວັນທີ 27 ພຶດສະພາ-9 ສິງຫານີ້, ໂດຍການເປັນປະທານຂອງທ່ານ
ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ
ແລະ
ທ່ອງທ່ຽວ ແລະ
ມີພະນັກງານນຳທ່ຽວ 60 ກວ່າຄົນຈາກບັນດາບໍລິສັດທ່ອງທ່ຽວໃນທົ່ວປະເທດເຂົ້າຮ່ວມ.
ຮອງຫົວໜ້າສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ໄດ້ມີພະນັກງານນໍາທ່ຽວຈໍານວນຫລາຍໄດ້ຜ່ານການຍົກລະດັບດ້ານຄວາມຮູ້
ແລະ ທັກສະບໍລິການນໍາທ່ຽວໃຫ້ຖືກຕ້ອງຕາມມາດຕະຖານທັງໃນລະດັບຊາດ ແລະ ພາກພື້ນ ເພື່ອແນໃສ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວປະເທດເຮົາດ້ວຍຄວາມປະທັບໃຈ
ແລະ ນັບມື້ຫລາຍຂຶ້ນ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີຄໍາເຫັນເນັ້ນວ່າ: ການຍົກລະດັບຄວາມຮູ້ຂອງພະນັກງານນໍາທ່ຽວແມ່ນມີຄວາມສໍາຄັນຫລາຍ,
ເນື່ອງຈາກເປັນຜູ້ອະທິບາຍໃຫ້ນັກທ່ອງທ່ຽວໄດ້ຮູ້ເຖິງປະຫວັດຄວາມເປັນມາ,
ຄວາມສວຍງາມຂອງບ້ານເມືອງ, ຄວາມປານິດຂອງສີລະປະ, ຄວາມລ້ຳຄ່າຂອງວັດທະນະທຳ, ຂະນົບທຳນຽມຮີດຄອງປະເພນີ
ແລະ ຄວາມສວຍງາມຂອງທີວທັດທຳມະຊາດ ລວມທັງດ້ານອື່ນໆ, ສະນັ້ນພະນັກງານນຳທ່ຽວຕ້ອງໄດ້ຮຽນຮູ້
ແລະ ເຂົ້າໃຈຂອງບັນດາເນື້ອໃນຕ່າງໆຢ່າງເລິກເຊິ່ງ, ມີຄຸນສົມບັດ ແລະ ກິລິຍາມາລະຍາດດີ ເພື່ອສ້າງຊື່ສຽງຂອງຊາດໃຫ້ເປັນທີ່ຮູ້ຈັກທົ່ວໂລກ
ແລະ ຊ່ວຍໂຄສະນາດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາປະເທດເຮົານັບມື້ຫລາຍຂຶ້ນ.

