ບຸນທາດຫລວງປີນີ້ ມີບັນຍາກາດຟົດຟື້ນມ່ວນຊື່ນກວ່າຜ່ານມາ

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ນັບວ່າເປັນໜ້າຊື່ນ ຊົມຫລາຍ, ທີ່ເຫັນວ່າການສະ ເຫລີມສະຫລອງບຸນນະມັດ ສະການພະທາດຫລວງປີນີ້, ດຳເນີນໄປດ້ວຍບັນຍາກາດ ຟົດຟື້ນມ່ວນຊື່ນກວ່າຫລາຍ ປີ ຜ່ານມາ, ພ້ອມຮັບປະກັນ ຄວາມເປັນລະບຽບຮຽບ ຮ້ອຍ, ສະຫງົບປອດໄພ, ນັບ ແຕ່ຂອດລະບາຍການຈະລາ ຈອນ, ການວາງສະແດງ ສິນຄ້າກໍມີການ ຈັດສັນທີ່ດີ ພ້ອມມີການຄວບຄຸມລາ ຄາສິນຄ້າຢູ່ໃນຄວາມສະ ຫງົບປົກກະຕິ, ປາສະຈາກ ການສວຍໂອກາດຂຶ້ນລາ ຄາ, ພິເສດແມ່ນການຈັດ ເກັບຂີ້ເຫຍື້ອໃນງານບຸນກໍມີ ຄວາມຕື່ນຕົວຂອງສັງຄົມ ແລະ ຜູ້ເຮັດການບໍລິການ ຕ່າງໆ ເປັນຢ່າງດີ, ບວກກັບ ຄະນະກຳມະການຮັບຜິດ ຊອບເພິ່ນກໍໄດ້ຕອບສະໜອງ ຈັດ ວາງຖົງຮອງຮັບຂີ້ເຫຍື້ອ ແລະ ສິ່ງເສດເຫລືອຕ່າງໆ ຢູ່ ຫລາຍໆຈຸດຢ່າງຮັບປະ ກັນ, ພ້ອມນີ້ສະພາບຂີ້ລັກ, ລ່ວງກະເປົາ, ການກໍ່ອາລະ ວາດຂາດສະຕິຕ່າງໆ ກໍຫລຸດ ຜ່ອນລົງເມື່ອທຽບກັບໄລຍະ ບຸນ ຂອງປີຜ່ານມາ.
ເວົ້າລວມແລ້ວໃນບຸນພະ ທາດຫລວງປີນີ້ແມ່ນພວກ ເຮົາສາມາດຮັກສາໄດ້ຮີດ ຄອງ ປະເພນີອັນດີງາມຂອງ ຕົນ, ອັນເປັນການສົ່ງເສີມ ແລະ ສ້າງຄວາມປະທັບໃຈ ໃຫ້ຜູ້ມາທ່ຽວຊົມງານບຸນ ດັ່ງກ່າວ.
ພ້ອມນັ້ນກໍສາມາດຮັກ ສາໄດ້ຄວາມສະຫງົບປອດ ໄພ, ຄວາມມີນ້ຳໃຈປະຢັດ ມັດທະຍັດ ແລະ ຕ້ານການ ຟູມເຟືອຍໄດ້ເປັນຢ່າງດີ.
ເຊິ່ງຈຸດພົ້ນເດັ່ນນີ້ ຫວັງ ວ່າພວກເຮົາຈະສືບຕໍ່ປົກ ປັກຮັກໄປສູ່ງານບຸນຕ່າງໆ ໃຫ້ນັບມື້ດີງາມຂຶ້ນຕື່ມອີກ.
ອັນຈະເປັນການສົ່ງເສີມ ການທ່ອງທ່ຽວລາວໃຫ້ຕິດ ພັນກັບງານບຸນປະເພນີນີ້ຢືນ ຢົງໝັ້ນຄົງຕະຫລອດໄປ./.
+ ບຸນທາດຫລວງໜຶ່ງໃນຮີດຄອງປະເພນີອັນດີງາມຂອງຊາດ2018/
+ ບຸນທາດຫຼວງ ຢ່າໃຫ້ຫ່ວງນຳຂີ້ເຫຍື້ອ2018/

