ຮອງປະທານປະເທດ ຊີ້ນຳໃຫ້ກະຊວງ ຍທຂ ເພີ່ມທະວີວຽກງານໃຫ້ມີປະສິດທິຜົນ ແລະ ຫັນເປັນທັນສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ວັນທີ 15 ກໍລະກົດ 2023, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຊີ້ນຳໃຫ້ກະຊວງ ຍທຂ ຕ້ອງເພີ່ມທະວີຊີ້ນໍາວຽກງານແນວຄິດການເມືອງໃຫ້ສະມາຊິກພັກ, ພະນັກງານຢູ່ໃນແຕ່ລະຮາກຖານພັກ, ແຕ່ລະກົມກອງທີ່ຂຶ້ນກັບຕົນ ໃຫ້ມີຄວາມສະຫງົບອຸ່ນອ່ຽນ, ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກທາງດ້ານເສດຖະກິດການເງິນ-ເງິນຕາໃນປັດຈຸບັນ;

ອັນຮີບດ່ວນສະເພາະໜ້ານີ້ແມ່ນໃຫ້ສືບຕໍ່ຊີ້ນໍາ ແລະ ຈັດຕັ້ງຜັນຂະຫາຍບັນດາຄາດໝາຍທິດທາງແຕ່ລະດ້ານກໍຄືແຜນງານໂຄງການທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມ ແລະ ແຜນພັດທະນາຂະແໜງການຂອງຄະນະບໍລິຫານງານພັກກະຊວງ ຄັ້ງທີ V ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ V ສະໄໝທີ XI ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ແກ້ໄຂຂັ້ນຂອດ, ລະບອບ, ລະບຽບການບໍລິຫານຄຸ້ມຄອງຂອງລັດເຮົາທີ່ຍັງກົດໜ່ວງຖ່ວງດຶງການເຄືໍ່ອນໄຫວທຸລະກິດ-ການຜະລິດ ແລະ ການບໍລິການ, ການສ້າງລະບຽບການ ແລະ ກົນໄກບໍລິຫານຄຸ້ມຄອງຕ້ອງໄປຕາມທິດລວມຂອງພັກ ຕ້ອງກະທັດຮັດ, ໂປ່ງໃສ, ບໍ່ມີຫລາຍຂັ້ນຫລາຍຂອດ ແຕ່ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບໃນການຄຸ້ມຄອງ; ແບ່ງສິດ ແລະ ຄວາມຮັບຜິດຊອບ ລະຫວ່າງສູນກາງ ກັບ ທ້ອງຖິ່ນ ໃຫ້ຈະແຈ້ງຂາດຕົວ ມອບໃຫ້ທ້ອງຖິ່ນມີຄວາມຮັບຜິດຊອບຫລາຍຂຶ້ນຕາມທິດ 3 ສ້າງເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາເຮັດໃຫ້ພາບພົດ ກໍຄືການຈັດອັນດັບຂອງສາກົນ ຕໍໍ່ຄວາມຍາກ-ງ່າຍໃນການລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ໃນຊຸມປີຕໍ່ໜ້າໃຫ້ດີຂຶ້ນ

ທ່ານ ນາງປານີ ຢາທໍ່ຕູ ກ່າວເນັ້ນຕື່ມວ່າ: ຕ້ອງເພີ່ມທະວີວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ເປັນປົກກະຕິ ແລະ ແທດເຖິງ ກວດຄືນບັນດາຄາດໝາຍ ກໍຄືການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ໜ້າທີ່ວຽກງານຕ່າງໆ ທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກແຕ່ລະໄລຍະໃຫ້ເປັນປົກກະຕິ-ເປັນປະຈຳ; ພ້ອມກັນຕັດສິນໃຈແກ້ໄຂບັນດາປະກົດການຫຍໍ້ທໍ້ດ້ວຍການປັບປຸງຍົກສູງຄວາມສາມາດ ແລະ ຄວາມເປັນເຈົ້າການຂອງຜູ້ເຮັດໜ້າທີ່ກວດກາແຕ່ລະກົມ ກໍຄືຫົວໜ່ວຍຮາກຖານຕ່າງໆ ໃຫ້ເຄື່ອນໄຫວປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນ ໃຫ້ແຂງແຮງ ແລະ ມີປະສິດທິຜົນສູງກວ່າເກົ່າ, ແນໃສ່ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ ແລະ ຈຳກັດດ້ານຫຍໍ້ທໍ້ຢູ່ກັບທີ່ໃຫ້ທັນເວລາ, ຖືສຳຄັນ ແລະ ເອົາໃຈໃສ່ແກ້ໄຂຜົນການກວດກາ, ກວດສອບ ໃຫ້ເຂັ້ມງວດ ແລະ ທັນເວລາ. ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະແມ່ນບັນດາໜ້າວຽກທີ່ຕິດພັນກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນການຄຸ້ມຄອງ ແລະ ຂຸດຄົ້ນແຫລ່ງລາຍຮັບທີ່ເປັນປົກກະຕິ ແລະ ໃຫ້ຄົບຖ້ວນເຊັ່ນ: ລາຍຮັບຈາກການບໍລິການການບິນ; ລາຍຮັບຈາກການຂົນສົ່ງທາງບົກ-ທາງນໍ້າ ແລະ ທາງລົດໄຟ ແລະ ອື່ນໆ ໃຫ້ສໍາເລັດຕາມຄາດ ໝາຍ; ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດເປັນຕົ້ນແມ່ນເພື່ອນມິດຍຸດທະສາດ, ບັນດາປະເທດອາຊຽນ, ຄູ່ຮ່ວມພັດທະນາໃນກອບຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍຕາມແນວທາງການຕ່າງປະເທດ, ເອົາໃຈໃສ່ຄຸ້ມຄອງທຶນຊ່ວຍເຫລືອທຶນກຸ້ຢືມຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໃຫ້ມີປະສິດທິຜົນ, ສືບຕໍ່ ໃນວຽກງານໂຍທາທິການ ແລະ ຂົນສົ່ງໃຫ້ດີຂຶ້ນ ແລະ ຫັນເປັນທັນສະໄໝ.