ຄະນະພັກ ສູນກາງແນວລາວສ້າງຊາດ ແລະ ກະຊວງການເງິນ ປຶກສາຫາລືວຽກງານການສ້າງລາຍຮັບ

 ວັນທີ 25 ຕຸລາ 2022 ຄະນະພັກສູນກາງແນວລາວສ້າງຊາດ ແລະ ຄະນະພັກກະຊວງການເງີນ ໄດ້ປືກສາຫາລືກ່ຽວກັບການສ້າງລາຍຮັບເພິ່ມເຕີມໃຫ້ແກ່ແນວລາວສ້າງຊາດ ເພື່ອປະກອບເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ແລະ ການເຄື່ອນໄຫວທີ່ຈໍາເປັນຂອງຕົນ ເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ມີບັນດາທ່ານຄະນະພັກ ຄະນະນໍາສູນກາງແນວລາວສ້າງຊາດ ແລະ ກະຊວງການເງີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອເປັນການປັບປຸງຮ່າງມະຕິກ່ຽວກັບວຽກງານການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດໃນໄລຍະໃໝ່ ໂດຍສະເພາະແມ່ນ 5 ແຜນວຽກ ແລະ ຮູບການສ້າງລາຍຮັບເພີ່ມຄື: ຮູບການນໍາໃຊ້ງົບປະມານຂອງລັດ ລາຍຮັບຈາກການສ້າງຄຸນງາມຄວາມດີຂອງນັກທຸລະກິດທີ່ເປັນກໍາມະການສູນກາງແນວລາວສ້າງຊາດ ຄະນະທີ່ປືກສາ ແລະ ຄູ່ຮ່ວມງານ ຈາກການປະກອບສ່ວນແບບສະໝັກໃຈຂອງປະຊາຊົນ ມູນນິທິພາຍໃນ ຕ່າງປະເທດ ຈາກກອງທືນຕ່າງໆຂອງແນວລາວສ້າງຊາດ ແລະ ການຮ່ວມມືຂອງອົງການພາຄີ ແລະ ລາຍຮັບຈາກກອງທືນສາມັກຄີ ແລະ ພັດທະນາ ເພື່ອປັບປຸງຮ່າງມະຕິດັ່ງກ່າວໃຫ້ອຸດົມສົມບູນ ແລະ ສອດຄ່ອງຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດ ການຜັນຂະຫຍາຍມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ແລະ ກົດໝາຍແນວລາວສ້າງຊາດ ມາດຕາ 37 ແຫຼ່ງລາຍຮັບຂອງແນວລາວສ້າງຊາດແຕ່ລະຂັ້ນ ລາຍຮັບຈາກງົບປະມານແຫ່ງລັດ ລາຍຮັບຈາກການເຄື່ອນໄຫວ ຫາລາຍໄດ້ທີ່ຖືກຕ້ອງຕາມກົດໝາຍ ລາຍຮັບຈາກການຊ່ວຍເຫຼືອຂອງບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ຕ່າງປະເທດ ແລະ ລາຍຮັບອື່ນໆທີ່ຖືກຕ້ອງຕາມກົດໝາຍ ໃຫ້ເປັນຮູບປະທໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນ 5 ແຜນງານ 41 ໂຄງການ ແລະ ຫັນເປັນແຜນງານ ໂຄງການ ແລະ ກິດຈະກຳຂອງທ້ອງຖິ່ນ ເພື່ອເປັນບ່ອນອິງໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີຕາມ 4 ເນື້ອໃນການຫັນປ່ຽນໃໝ່ຂອງວຽກງານແນວໂຮມ ສ້າງການຫັນປ່ຽນດ້ານຈິດຕະນາການ ສ້າງການຫັນປ່ຽນທາງດ້ານການເງີນ ສ້າງການຫັນປ່ຽນໃນຮູບການ ແລະ ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນລະຫວ່າງອົງການພາຄີດ້ວຍກັນ ແລະ ຕິດພັນກັບ 4 ຄ ຂອງແນວລາວສ້າງຊາດຄື: ຄຸນງາມຄວາມດີ ຄຸນວຸດທິ ຄຸນນະທໍາ ແລະ ຄວາມສາມັກຄີເປັນປືກແຜ່ນ.