5 ສະໂມສອນ ທີ່ ເດ ເກອາ ລຸ້ນຮ່ວມທີມຫລັງອຳລາແມນຢູ

ງານລ້ຽງຍ່ອມມີວັນເລີກລາ! ສຸດທ້າຍ ດາວິດ ເດ ເກອາ ປະກາດປິກສາກ 12 ປີ ກັບ ແມນເຊັສເຕີ ຢູໄນເຕັດ ຢ່າງເປັນທາງການ. ຫລັງຈາກໝົດສັນຍາກັບຕົ້ນສັງກັດໃນເດືອນມິຖຸນາຜ່ານມາ ແລະ​ ຕອນນີ້ລາວ​ກະ​ກຽມ​ທີ່​ຈະ​ເດີນ​ທາງ​ອີກ​ເທື່ອ​ຫນຶ່ງ​.

ຜູ້ຮັກສາປະຕູຊາວສະເປນຍ້າຍມາຈາກ ແອັດເລຕິໂກ ມາດຣິດ ເມື່ອປີ 2011. ຈາກມື້ນັ້ນເຖິງມື້ນີ້, ລາວຮັບໃຊ້ໜ້າທີ່ໃຫ້ກັບ “ຜີສາດແດງ” ໄປແລ້ວ 545 ນັດ, ຮ່ວມຄວ້າແຊັມໄດ້ຫລາຍ ລວມເຖິງການຄວ້າແຊ້ມ ພຣີເມຍລີກ ອັງກິດ ໃນປີ 2013 ເຊິ່ງເປັນແຊ້ມ ພຣີເມຍລີກ ອັງກິດ ສະໄໝທີ 20 ແລະ ເປັນສະໄໝສຸດທ້າຍຂອງທີມໃນຍຸກທີ່ ເຊີ ອາເລັກ ເຟີກູສັນ ເປັນຄູຝຶກ.

ຂະນະດຽວ​ກັນ​, ເດ ເກອາ ໄດ້​ຄວ້າ​ລາງ​ວັນ​ນັກຮັບທີ່​ດີ​ທີ່​ສຸດ​ຂອງ ພຣີເມຍລີກ ຫລື​ “ຖົງມືທອງຄຳ” ລະດູການ 2017-2018 ແລະ ລະດູການຫລ້າສຸດ ໂດຍລາວເປັນຫນຶ່ງໃນ 6 ຜູ້ຮັກສາປະຕູທີ່ໄດ້ຮັບລາງວັນນີ້ຫລາຍກວ່າຫນຶ່ງຄັ້ງ.