ໄລບຊິກ ພ້ອມຂາຍ “ກວາດິໂອ” ໃຫ້ ແມນຊິຕີ້ ແຕ່ຕ້ອງຍອມຈ່າຍຄ່າໂຕທີ່ສູງເພື່ອທຸບສະຖິຕິ ເປັນກອງຫລັງຄ່າໂຕແພງສຸດໃນໂລກ

ແມັກ ເອເບີນ ຜູ້ອຳນວຍການກິລາຂອງ ອາບີ ໄລບຊິກ ກ່າວປະກາດຢ່າງຈະແຈ້ງວ່າລາວພ້ອມທີ່ຈະຂາຍກອງຫລັງ ຢອດໂກ ກວາດິໂອ ໃຫ້ກັບ ແມນເຊັສເຕີ ຊິຕີ້ ຫລັງຈາກທີ່ໄດ້ຮັບການທາບທາມຈາກສະໂມສອນແຊ້ມພຣີເມຍລີກ ຖ້າຫາກສະໂມສອນໄດ້ຄ່າໂຕຕາມທີ່ເຂົາເຈົ້າຕ້ອງການ.
ໄລບຊິກ ທີມອັນດັບ 3 ຂອງ ບຸນເດສລີກາ ລະດູການທີ່ຜ່ານມາໄດ້ຕັດສິນໃຈຂາຍ 2 ນັກເຕະຕົວເດັ່ນຂອງທີມໃນຊ່ວງຊຳເມີນີ້ທັງ ຄຣິສໂຕເຟີ ເອັນກຸນກູ ທີ່ຍ້າຍໄປຮ່ວມທີມ ເຊວຊີ ແລະ ໂດເມນິກ ໂຊບອສຊະລາຍ ທີ່ເປີດໂຕກັບ ລິເວີພູລ ໄປແລ້ວ ໂດຍສະໂມສອນໄດ້ເງິນຕອບແທນຄ່າໂຕກັບມາ 60 ລ້ານເອີໂຣ ແລະ 70 ລ້ານເອີໂຣ ຕາມລໍາດັບ.
ຈົນຫລ້າສຸດໃນວັນທີ 2 ກໍລະກົດ ອາບີ ໄລບຊິກ ຢືນຢັນພ້ອມທີ່ຈະໃຫ້ ກວາດິໂອ ຍ້າຍມາຫລີ້ນໃນ ພຣີເມຍລີກ ຫລັງຈາກທີ່ ເຮືອໃບສີຟ້າ ຕິດຕໍ່ມາໄດ້ ແຕ່ ຊິຕີ້ ຕ້ອງຍອມທີ່ຈະຈົກເງິນກ້ອນໃຫຍ່ເພື່ອທຳລາຍສະຖິຕິຄ່າໂຕກອງຫລັງ.

