ມື້ດຽວ! ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນຫລາຍກວ່າ 300 ຄົນ ຕິດເຊື້ອ ສະສົມທັງໝົດ 12.945 ຄົນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 20 ກໍລະກົດ 2023, ກ່ຽວກັບຈຳນວນຄົນຕິດເຊື້ອພະຍາດໄຂ້ຍຸງລາຍວ່າ: ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເພີ່ມຂຶ້ນໃໝ່ເຖິງ 304 ຄົນ, ຕິດເຊື້ອສະສົມທັງໝົດ 12.945 ຄົນ ແລະ ມີຄົນເສຍຊີວິດເຖິງ 6 ຄົນ. ເຊິ່ງໃນນັ້ນແຂວງທີ່ຕິດເຊື້ອຫລາຍກວ່າໝູ່ແມ່ນແຂວງອຸດົມໄຊ 2.853 ຄົນ; ຮອງລົງມາແມ່ນ ຄຳມ່ວນ 2.175 ຄົນ; ຫລວງພະບາງ 1.077 ຄົນ; ນະຄອນຫລວງ 1.072 ຄົນ, ໄຊຍະບູລີ 1.031 ຄົນ ແລະ ແຂວງອື່ນໆອີກ.

ເພື່ອປ້ອງກັນໄຂ້ຍຸງລາຍບໍ່ໃຫ້ມີການແຜ່ລະບາດເພີ່ມຂຶ້ນເລື້ອຍໆ ຮຽກຮ້ອງໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫລ່ງເພາະພັນໜອນນໍ້າ ຫລື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ປະຕິບັດມາດຕະການ 5 ປ ຢ່າງເຂັ້ມງວດ.