ອັລ-ອິດຕິຮັດ ຢືນຢັນເປີດໂຕຄວ້າ ກັອງເຕ້ ຮ່ວມທີມຢ່າງເປັນທາງການ

ອັລ-ອິດຕິຮັດ ທີມດັງຂອງຊາອຸດິ ໂປຣລີກ ເປີດໂຕ ເອັນໂກໂລ ກັອງເຕ້ ກອງກາງຈອມເກົ໋າຊາວຝຣັ່ງຢ່າງເປັນທາງການ.
ກອງກາງອາຍຸ 32 ປີ ໄດ້ຕັດສິນໃຈອຳລາ ເຊວຊີ ຫລັງຈາກທີ່ຢູ່ສະແຕມຟອດບິດ ເຖິງ 7 ປີ ແລະ ຍ້າຍມາຮ່ວມກັບທີມມະຫາເສດຖີໃນຕາເວັນອອກກາງ.
ຕາມການລາຍງານລະບຸວ່າ, ກັອງເຕ້ ໄດ້ເຊັນສັນຍາ 3 ປີ ດ້ວຍຄ່າຈ້າງປະມານ 25 ລ້ານເອີໂຣຕໍ່ປີ, ໂດຍຈະໄດ້ໄປຮ່ວມທີມກັບ ຄາຣິມ ເບນເຊມາ ອະດີດເພື່ອນຮ່ວມທີມຊາດຝຣັ່ງທີ່ຫາກໍ່ເປີດໂຕກັບສະໂມສອນໄປກ່ອນນັ້ນ.
ກັອງເຕ້ ລົງຫລິ້ນໄປພຽງ 9 ນັດໃນທຸກການແຂ່ງຂັນໃນລະດູການທີ່ຜ່ານມາ ແລະ ຊ່ວຍໃຫ້ຍິງ 1 ປະຕູໃນທຸກການແຂ່ງຂັນ. ສ່ວນຜົນງານຕະຫລອດໃນຊ່ວງທີ່ຢູ່ ເຊວຊີ, ລາວຍິງໄດ້ 13 ປະຕູ ແລະ ຊ່ວຍໃຫ້ຍິງ 16 ຄັ້ງ ຈາກການລົງຫລິ້ນ 269 ໃນທຸກການແຂ່ງຂັນ.

