ຖາວອນ ພົນອາສາ ນັກຖີບລາວຄວ້າ ອັນດັບ 2

ລາຍການ Powerman Malaysia World’s Biggest Duathlon 2025 ທີ່ປະເທດມາເລເຊຍ

ການແຂ່ງຂັນໄດ້ຈັດຂຶ້ນວັນອາທິດ ທີ 22/6/2025ທີ່ຜ່ານມາ ທີ່ເຂດເມືອງໃໝ່ Putajaya, Kuala Lumpur ປະເທດມາເລເຊຍ ເປັນງານທີ່ໃຫຍ່ທີ່ສຸດໃນປະເທດມາເລເຊຍ ແລະ ເປັນກິລາທີ່ຢູ່ລະດັບແຖວໜ້າຂອງໂລກ ມີນັກກິລາເຂົ້າຮ່ວມ 5,000 ກວ່າຄົນ ຈາກທົ່ວໂລກ ແບ່ງການແຂ່ງຂັນອອກເປັນ 2 ປະເພດ: Classic (ແລ່ນ 10 ກິໂລແມັດ, ຖີບລົດຖີບ 60 ກິໂລແມັດ ແລະ ແລ່ນ 10 ກິໂລແມັດ) ແລະ Short Distance Classic (ຖີບລົດຖີບ 5 ກິໂລແມັດ, ແລ່ນ 30 ກິໂລແມັດ ແລະ ຖີບລົດຖີບ 5 ກິໂລແມັດ)

ສະເພາະ ສປປ ລາວ ມີນັກກິລາຊາຍເຂົ້າຮ່ວມ 3 ຄົນຄື: ຖາວອນ ພົນອາສາ (ແດງ), ວົງວິເສດ ໄຊຍະວົງ (ປີ່), ມານາສັກ ພານຸວົງ (ໂບ່) ທັງສາມລົງແຂ່ງປະເພດ Short Distance Classic (ຖີບລົດຖີບ 5 ກິໂລແມັດ, ແລ່ນ 30 ກິໂລແມັດ ແລະ ຖີບລົດຖີບ 5 ກິໂລແມັດ) ມີນັກກິລາເຂົ້າຮ່ວມ 2,402 ຄົນ

ຖາວອນ ພົນອາສາ ລົງແຂ່ງລຸ້ນທົ່ວໄປ ປະເພດ Short Distance Classic ໄດ້ອັນດັບ 2, ທີ 1 ນັກກິລາຈາກອິນໂດເນເຊຍ, ທີ 3 ນັກກິລາຈາກມາເລເຊຍ.

ວົງວິເສດ ໄຊຍະວົງ ໄດ້ອັນດັບທີ 3 ຮຸ່ນອາຍຸ 40-49 ປີ

ມານາສັກ ພານຸວົງ ໄດ້ອັນດັບທີ 41 ຮຸ່ນອາຍຸ 40-49 ປີ.

ລາຍການຕໍ່ໄປ ຖາວອນ ພົນອາສາ ກຽມລົງແຂ່ງຂັນລົດຖີບ ຊິງແຊ້ມປະເທດລາວ ວັນທີ 28-29 ມິຖຸນານີ້.