ປີ 2022 ມູນຄ່າການຄ້າ ລາວ-ຢີ່ປຸ່ນ ສາມາດປະຕິບັດໄດ້ 290,5 ລ້ານໂດລາ ແລະ ຈະປັບປຸງການຮ່ວມມືໃຫ້ດີຂຶ້ນກວ່າເກົ່າ

ວັນທີ 12 ມີຖຸນາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ARAI Yutaka, ຫົວໜ້າອົງການບໍລິຫານຂັ້ນສູນກາງ ແຫ່ງປະເທດຢີປຸ່ນ ພ້ອມຄະນະ ເຂົ້າພົບປະປຶກສາຫາລື.
ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານວ່າ: ໃນປີ 2010 ລັດຖະບານ ສປປ ລາວ ໄດ້ຮັບການຊ່ວຍເຫລືອຈາກ ລັດຖະບານ ຍີ່ປຸ່ນ ໃນການດຳເນີນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ແລະ ອອກແບບເພື່ອສ້າງນິຄົມອຸດສາຫະກຳ ຢູ່ນະຄອນຫລວງວຽງຈັນ (Vientiane Industrail Park) ຊຶ່ງຊ່ຽວຊານຂອງອົງການ ໃຈກາ ໄດ້ສຳເລັດການສຳຫລວດອອກແບບເບື້ອງຕົ້ນ ແລະ ໄດ້ມອບບົດລາຍງານສຸດທ້າຍໃຫ້ລັດຖະບານລາວໃນ ປີ 2011, ຈາກນັ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າແຫລ່ງທຶນມາພັດທະນາ ຊຶ່ງລັດຖະບານຍີ່ປຸ່ນເຫັນດີໃຫ້ກູ້ຢືມເງິນດອກເບ້ຍຕໍ່າ ແຕ່ວ່າລັດຖະບານລາວຕ້ອງມີເງິນຊົດເຊີຍສິດນຳໃຊ້ທີ່ດິນກ່ອນ ຈຶ່ງເຮັດໃຫ້ການປະຕິບັດຫລ້າຊ້າ, ປັດຈຸບັນກະຊວງ ອຄ ໄດ້ສະເໜີໃຫ້ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາອອກສິດນຳໃຊ້ທີ່ດິນໃຫ້ກະຊວງ ອຄ, ເຊິ່ງແມ່ນຢູ່ໃນຂັ້ນຕອນພິຈາລະນາການໃຫ້ທຶນຈາກ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ (METI) ໃນການຈັດຝຶກອົບຮົມ ແລະ ສ້າງຖານຂໍ້ມູນເຄມີ,
ດ້ານການຄ້າ ໃນປີ 2022 ມູນຄ່າການຄ້າລະຫວ່າງ ລາວ ແລະ ຢີ່ປຸ່ນ ບັນລຸເຖິງ 290,5 ລ້ານໂດລາສະຫາລັດ, ໃນນັ້ນມູນຄ່າການນໍາເຂົ້າ 149,8 ລ້ານໂດລາສະຫາລັດ ແລະ ມູນຄ່າການສົ່ງອອກ ປະຕິບັດໄດ້ 140,6 ລ້ານໂດລາສະຫາລັດ, ສິນຄ້ານໍາ ເຂົ້າຈາກ ຢີ່ປຸ່ນ ໃນປີ 2022 ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ແກ້ວ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍແກ້ວ, ລົດໄຖນາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເສັ້ນໄຍສັງເຄາະ, ເຄື່ອງໃຊ້ທີ່ເຮັດດ້ວຍປລາສະຕິກ, ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ແລະ ສິນຄ້າອື່ນໆ.
ສິນຄ້າລາວ ສົ່ງອອກໄປ ຢີ່ປຸ່ນ ໃນປີ 2022 ປະກອບ ມີເກີບ, ຜະລິດຕະພັນທາງເຄມີ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ, ນ້ຳຫອມ, ເຄື່ອງສຳອາງ, ຂົນສັດປີກ, ເກືອກາລີ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ຜະລິດຕະພັນເຄມີປະສົມສຳເລັດຮູບ, ໝາກກ້ວຍ, ເຄື່ອງຫລິ້ນກິລາ, ເມັດພືດ, ໝາກໄມ້ທີ່ມີນ້ຳມັນ, ເຟືອງແລະຫຍ້າ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ແລະ ອື່ນໆ.
ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຊອກຫາທາງອອກໃນອະນາຄົດ,ເພື່ອປັບປຸງວຽກງານການຮ່ວມມື ໃຫ້ດີຂຶ້ນກວ່າເກົ່າ. ທ່ານ ນາງ ARAI Yutaka ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ການຮ່ວມມື ລະຫວ່າງ ສປປ ລາວ–ຢີ່ປຸ່ນ ແລະ ອຳນວຍຄວາມສະດວກໃນວຽກງານຫລາຍດ້ານ ເພື່ອໃຫ້ເກີດຜົນປະໂຫຍດໃຫ້ແກ່ສອງປະເທດໃນຕໍ່ໜ້າ.

