ເພັດພະໄທ Jewelry ຫລຸດລາຄາພິເສດຕ້ອນຮັບວັນວາເລັນທາຍ

ເພັດພະໄທ ຈິວເວີລີ້ (Phetphathai jewelry) ເປັນຮ້ານຈຳໜ່າຍ ເຄື່ອງປະດັບທີ່ເປັນຄຳຂາວ, ເພັດ, ພອຍ, ມຸກ ແລະວັດຖຸມີຄ່າຊະນິດຕ່າງໆຢ່າງຫລາກຫລາຍໃຫ້ລູກຄ້າໄດ້ເລືອກ ມີທັງຮູບປະພັນສຳເລັດຮູບທີ່ອອກແບບໂດຍຮ້ານເອງ ແລະ ລູກຄ້າສາມາດສັ່ງແບບໄດ້ ພ້ອມໃຫ້ຄໍາປຶກສາກ່ຽວກັບຄວາມຮູ້ຕ່າງໆລະອຽດຕື່ມອີກ. ຈາກຜົນງານອັນຍອດຍິ່ງນີ້ຈຶ່ງເຮັດໃຫ້ຮ້ານເພັດທະໄທ ຈິວເວີລີ້ສາມາດຍາດໄດ້ລາງວັນນັກທຸລະກິດດີເດັ່ນປະຈໍາປີ 2019 ຜ່ານມາ ອັນເປັນສິ່ງຢັ້ງຢືນເຖິງ ຄວາມເຊື່ອໝັ້ນຂອງຜູ້ໃຊ້ບໍລິການ ແລະ ການພັດທະນາກິດຈະການຂອງຕົນໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ທ່ານ ນາງ ຈັນໂສ ຈິດຕິວົງ (ແພນ) ເຈົ້າຂອງຮ້ານດັ່ງກ່າວໃຫ້ຮູ້ວ່າ: ຕະຫລອດໄລຍະເວລາແຫ່ງການປັບປຸງກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ຂະຫຍາຍຕົວ ຮ້ານເພັດພະໄທ jewelry ໄດ້ເລັງໃສ່ພັດທະນາຜະລິດຕະພັນໃຫ້ມີຄວາມທັນສະໄໝປະສົມປະສານກົມກຽວກັບສິລະປະແບບເອກະລັກຂອງລາວ ເຊິ່ງເປັນການປະຍຸກໃຫ້ຜະລິດຕະພັນເຄື່ອງປະດັບຂອງຕົນຊົງຄຸນຄ່າອັນໂດດເດັ່ນ ແລະ ເປັນທີ່ຈັບອົກຈັບໃຈຂອງລູກຄ້າ ພ້ອມທັງເນັ້ນພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດໃນດ້ານທຸລະກິດ ທັກສະດ້ານການບໍລິການຢ່າງເປັນມືອາຊີບ.


ເນື່ອງໃນໂອກາດວັນວາເລັນທາຍຈະມາເຖິງ, ທາງຮ້ານເພັດພະໄທ jewelry ໄດ້ມີໂປຣໂມຊັນພິເສດໃຫ້ແກ່ ລູກຄ້າທີ່ເຂົ້າມາຊື້ສິນຄ້າທຸກໆຢ່າງໄດ້ຮັບສ່ວນຫລຸດເລີ່ມຕົ້ນແຕ່ 20-25% ພ້ອມບັດຊີງໂຊກທ້າຍເດືອນເປັນເງິນສົດ 5 ລ້ານກີບ ອີກດ້ວຍ.
ມາເຖິງປັດຈຸບັນ, ທາງຮ້ານໄດ້ຂະຫຍາຍຫ້າງຮ້ານຂອງຕົນທີ່ໃຫຍ່ໂຕ ແລະກວ້າງຂວາງຂຶ້ນກວ່າເກົ່າ ເພື່ອສາມາດຮອງຮັບລູກຄ້າເພີ່ມຂຶ້ນ ພ້ອມໄດ້ເພີ່ມຮູບແບບການບໍລິການຕື່ມອີກຫລາຍລາຍການເປັນຕົ້ນແມ່ນ ການບໍລິການຫລັງການຂາຍ, ຈຳນຳສິນຄ້າທີ່ຊຶ້ື້ໄປແລ້ວ, ການສັ່ງສິນຄ້າໃໝ່ຕາມແບບ ແລະລາຄາທີ່ລູກຄ້າຕ້ອງການ.
ທ່ານສາມາດຕິດຕາມການເຄື່ອນໄຫວ ແລະເບິ່ງຜ່ານໄລສົດທາງ ເຟສບຸກ (Phetphathai jewelry ຮ້ານເພັດພະໄທ ຈິວເວີລີ້) ແລະ ຕິດຕໍ່ສອບຖາມກ່ອນໄດ້ທີ່ເບີ 030 5556555, 020 99939789, 020 92899659 ຫລື ເຂົ້າໄປສຳຜັດຕົວຈິງກັບຮ້ານ ເພັດພະໄທ ຈິວເວີລີ້ ໄດ້ທີ່ ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

