ເປັບ ແລະ ບັນດານັກເຕະ ແມນຊິຕີ້ ລົງຈອດເຖິງເມືອງແມນເຊັສເຕີແລ້ວ ກຽມຂະບວນແຫ່ແຊ້ມຄືນນີ້

ເປັບ ກົວດີໂອລາ ແລະ ບັນດານັກເຕະ ແມນຊິຕີ້ ເດີນທາງກັບເຖິງເມືອງແມນເຊັສເຕີແລ້ວ ຫລັງຈາກເຮັດພາລະກິດອັນຍິ່ງໃຫຍ່ ຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກ ກັບມາບ້ານພວກເຂົາໄດ້ສຳເລັດດ້ວຍການເອົາຊະນະ ອິນເຕີ ມິລານ 1-0 ໃນນັດຊິງຊະນະເລີດໃນວັນທີ 10 ມິຖຸນາ 2023.
ໂດຍຫລັງຈາກຍົນກສາຍການບິນຂອງ Etihad Airways ທີ່ບັນດາ “The Blues” ນັ່ງກັບຫລັງຈາກຊະນະ UCL, ລົງຈອດທີ່ສະຫນາມບິນເມືອງແມນເຊັສເຕີແລ້ວສໍາເລັດ. ພວກເຂົາທຸກຄົນຍ່າງອອກຈາກເຄື່ອງ. ແລະ ລົງຂັ້ນໄດຍົນ ພ້ອມທັງຖ່າຍຮູບເປັນທີ່ລະລຶກ ເພື່ອປະກາດວ່າພວກເຂົາດີທີ່ສຸດໃນທີມບານເຕະເອີຣົບ.
ຊົມຮູບ : https://twitter.com/ManCity/status/1667932216247058437
ເຊິ່ງຈາກນີ້, ນັກເຕະຂອງ ແມນເຊັສເຕີ ຊິຕີ້ ກຽມຄວາມພ້ອມເພື່ອແຫ່ສະຫລອງ 3 ແຊ້ມຢ່າງຍິ່ງໃຫຍ່ ຂອງເຂົາເຈົ້າໃນລະດູການນີ້. ໂດຍງານສະເຫລີມສະຫລອງຄວາມສຳເລັດຈະເລີ່ມຂຶ້ນໃນມື້ນີ້ ເວລາ 18:30 ໂມງ ຂອງອັງກິດ ຫລື 23:30 ໂມງ ຕາມເວລາປະເທດລາວ.

