ນິວຄາສເຊິລ ໃກ້ຈະໄດ້ ທຣິບເປຍ ຮ່ວມທີມຫລັງຕົກລົງຄ່າຕົວໄດ້ຮຽບຮ້ອຍ

ນິວຄາສເຊິລ ຢູໄນເຕັດ ເສດຖີໃຫມ່ແຫ່ງເວທີພຣີເມຍລີກ ອັງກິດ ບັນລຸຂໍ້ຕົກລົງໃນການຄວ້າ ຄີແຣນ ທຣິບເປຍ ກອງຫລັງຈອມບຸກຂອງ ແອັດເລຕິໂກ ມາດຣິດ ມາເສີມທີມຮຽບຮ້ອຍແລ້ວ ຕາມການລາຍງານຈາກ ສະກາຍ ສະປອດ ສື່ດັງເມືອງອັງກິດ.
ນອກຈາກນີ້ ສະກາຍ ຍັງເປີດເຜີຍອີກວ່າ ຄ່າຕົວໃນການຍ້າຍສັງກັດເຂົ້າສູ່ຖິ່ນ ເຊນ ເຈມ ປາກ ຂອງ ທຣິບເປຍ ຢູ່ທີ່ປະມານ 12 ລ້ານປອນ ພ້ອມເງິນໂບນັສຕາມຜົນງານຂອງນັກເຕະ.
ຂະນະດຽວກັນ ກອງຫລັງອາຍຸ 31 ປີ ເຊິ່ງບໍ່ໄດ້ລົງຊ້ອມກັບ ແອັດເລຕີໂກ ມາດຣິດ ເມື່ອວັນອັງຄານທີ່ຜ່ານມາ ກໍກຽມຈະເດີນທາງມາກວດຮ່າງກາຍກັບ ນິວຄາສເຊິລ ພ້ອມຕົກລົງເລື່ອງສັນຍາສ່ວນຕົວແລ້ວ.
ທັງນີ້ ດີເອໂກ ຊີເມໂອເນ ຜູ້ຈັດການທີມ ແອັດ ມາດຣິດ ບໍ່ຢາກປ່ອຍ ທຣິບເປຍ ແຕ່ສຸດທ້າຍແລ້ວກໍຕ້ອງຍອມຕັດໃຈ ຫລັງນັກເຕະທີມຊາດອັງກິດ ຢືນຢັນວ່າ ຕ້ອງການຍ້າຍກັບໄປຫລິ້ນໃນບ້ານເກີດອີກເທື່ອຫນຶ່ງ.

