ຕາມຮອຍເບນເຊມ່າ! ລູກ້າ ໂມດຣິດ ພິຈາລະນາຂໍ້ສະເໜີທີມຈາກຊາອຸ

COPE ສື່ກິລາສາກົນທີ່ມີຊື່ສຽງ ລູກ້າ ໂມດຣິດ ກອງກາງທີມຊາດໂຄຣເອເຊຍ ພ້ອມເປີດຮັບຟັງຂໍ້ສະເໜີຈາກທີມໃນລີກໃນ ຊາອຸດິ ອາຣາເບຍ.

ດາວເຕະໄວ 37 ປີ ຈະຫມົດສັນຍາກັບ ເຣອັລ ມາດຣິດ ຫລັງສິ້ນສຸດເດືອນມິຖຸນານີ້ ແລະ ໄດ້ເຈລະຈາກັບສະໂມສອນກ່ຽວກັບສັນຍາສະບັບໃຫມ່ມາຕະຫລອດ. ໂດຍກ່ອນ​ໜ້າ​ນີ້​ມີ​ຂ່າວ​ວ່າ​ລາວຕອບ​ຕົກລົງ​ຕໍ່​ສັນຍາ​ຕໍ່​ໄປ​ອີກ​ປີ​ໜຶ່ງ.

ຢ່າງໃດກໍ່ຕາມ, ມີລາຍງານວ່າ ໂມດຣິດ ຂໍເລື່ອນການຕັດສິນໃຈອອກໄປກ່ອນ. ເນື່ອງຈາກວ່າມີການສະເຫນີກ້ອນໃຫຍ່ມາຈາກທີມໃນ ຊາອຸດິ ອາຣາເບຍ Pro League, ເຊິ່ງລາວພ້ອມພິຈາລະນາ ແລະ ຈະໃຫ້ຄໍາຕອບໃນອີກສອງສາມມື້ຂ້າງຫນ້າ.

ໂມດຣິດ ຍັງເປັນກຳລັງຫລັກຂອງ ເຣອັລ ມາດຣິດ ໃນລະດູການທີ່ຜ່ານມາ. ໂດຍລົງຫລິ້ນໄປ 52 ນັດໃນທຸກລາຍການ, ຍິງໄດ້ 6 ປະຕູ ແລະ 6 ແອສຊິສ.