ບາເຢິນ ມິວນິກ ກຽມຕັ້ງສຳນັກງານໃຫຍ່ຢູ່ກຸງເທບ ເພື່ອຂະຫຍາຍຖານແຟນບານສູ່ພູມມິພາກອາຊຽນ

ສະໂມສອນບານເຕະ ບາເຢິນ ມິວນິກ ສະໂມສອນບານເຕະຊັ້ນນຳຂອງໂລກ ກຽມເປີດສຳນັກງານໃນຕ່າງປະເທດ ສາຂາທີ 3 ຢູ່ກຸງເທບມະຫານະຄອນ ຕໍ່ຈາກນິວຢອກ ແລະ ຊຽງໄຮ້ ເພື່ອເປັນສູນກາງໃນພູມມີພາກຕາເວັນອອກສຽງໃຕ້ ໂດຍມີແຜນທີ່ຈະພັດທະນາຕະຫລາດຂົງເຂດນີ້ ຕໍ່ຈາກການພັດທະນາຕະຫລາດໃນຈີນ ແລະ ສະຫະລັດອາເມລິກາ ໂດຍ ບາເຢິນ ມິວນິກ ຈະໃຊ້ສຳນັກງານນີ້ໃນການເຂົ້າເຖິງແຟນບານຢ່າງໃກ້ຊິດ ພັດທະນາ ແລະຂະຫຍາຍຄວາມຮ່ວມມືລະຫວ່າງພັນທະມິດ ເພື່ອສະຫນັບສະຫນູນໂຄງການບານເຕະເຍົາວະຊົນ ເຊິ່ງສຳນັກງານດ່ັ່ງກ່າວຈະເຮັດໃຫ້ແຟນບານໃນອາຊຽນ, ອິນເດຍ ແລະ ໂອເຊຍນີ ສາມາດເຂົ້າຮ່ວມກິດຈະກຳ ແລະ ໂຄງການຕ່າງໆຂອງສະໂມສອນໄດ້ຢ່າງສະດວກ ແລະ ງ່າຍດາຍຍິ່ງຂຶ້ນ ໂດຍມີ ແມັກຊິມິລຽນ ຮາສເຄ ເປັນກຳມະການຜູ້ຈັດການຂອງສຳນັກງານໃນອາຊຽນ.

ທ່ານ ໂອລີເວີ ຄານ ຜູ້ອຳນວຍການຂອງບາເຢິນ ມິວນິກ ກ່າວວ່າ : ບານເຕະເປັນກິລາຍອດນິຍົມອັນດັບ 1 ຂອງໄທ ແລະ ພູມມິພາກ ເຮົາຕ້ອງການສະຫນັບສະຫນູນ ແລະ ສ້າງແຮງບັນດານໃຈໃຫ້ກັບແຟນບານໃນແຖບນີ້ຫລາຍຂຶ້ນ ສຳລັບ ບາເຢິນ ມິວນິກ ເນັ້ນສ້າງສາຍສຳພັນທີ່ແຂງແຮງ ແລະ ຢັ້ງຍືນກັບແຟນບານທ້ອງຖິ່ນ ໂດຍພວກເຮົາຕັ້ງຕາຄອຍຖ້າຮ່ວມໂຄງການກັບແຟນບານນັບລ້ານຄົນໃນພູມມີພາກຕາເວັນອອກສຽງໃຕ້.