ເຈົ້າໜ້າທີ່ພາສີປະຈຳຈຸດປະສານງານຫ້ວຍເຜິ້ງ ແຂວງໄຊຍະບູລີ ຢຶດລົດ TOYOTA FORTUNER ບໍ່ມີເອກະສານທີ່ຖືກຕ້ອງຕາມລະບຽບການ

ເວລາ 11:30 ໂມງ ຂອງວັນທີ 24 ມີນາ 2023 ນີ້, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານຫ້ວຍເຜິ້ງ ແຂວງໄຊຍະບູລີ, ໄດ້ຮັບຂໍ້ມູນຈາກແຫລ່ງຂ່າວພົນລະເມືອງດີວ່າ: ມີລົດຈິບປະເພດ: ລົດ TOYOTA FORTUNER ສີຂາວ,ຈໍານວນ 1 ຄັນ, ບໍ່ໃສ່ປ້າຍທະບຽນແລ່ນຢູ່ເສັ້ນທາງເຂດເມືອງຄອບ-ເມືອງເງິນ ແຂວງໄຊຍະບູລີ.

ດັ່ງນັ້ນ, ເຈົ້າໜ້າທີ່ ພສປ ປະຈໍາຈຸດປະສານງານຫ້ວຍເຜິ້ງ, ໄດ້ອອກເຄື່ອນໄຫວ, ຕິດຕາມ ແລະ ກວດກາ, ຜ່ານການກວດກາສອບຖາມເບື້ອງຕົ້ນເຫັນວ່າ: ເປັນລົດບໍ່ມີເອກະສານຢັ້ງຢືນເສຍພາສີ-ອາກອນ ແລະ ພັນທະອຶ່ນໆ. ເຈົ້າໜ້າທີ່ ພສປ, ຈຶ່ງໄດ້ນຳເອົາລົດຄັນດັ່ງກ່າວ, ມາຮັກສາໄວ້ຢູ່ຈຸດປະສານງານຫ້ວຍເຜິ້ງ ແລະ ກຽມມອບໃຫ້ພາສີປະ ຈຳແຂວງໄຊຍະບູລີ, ເພື່ອດຳເນີນຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.