ສປປ ລາວ ຍັງພົບຄວາມຫຍຸ້ງຍາກດ້ານການບໍລິການ ໂດຍສະເພາະຂາດແຄນພະນັກງານນຳທ່ຽວ

ວັນທີ 6 ມິຖຸນາ 2023 ຜ່ານມາ, ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ (ສສວທ) ເປີດຊຸດເຝີກອົບຮົມພະນັກງານນຳທ່ຽວລະດັບຊາດຄັ້ງທີ 28 , ໂດຍມີທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ຄຳຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ, ມີຫົວໜ້າກົມ-ຮອງກົມກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ເພັນປະພາ ພົງສາ ຮອງຫົວໜ້າ ສສວທ ກ່າວວ່າ: ອີງຕາມທິດຟື້ນຟູການທ່ອງທ່ຽວ ແລະ ສະພາບການທ່ອງທ່ຽວ ລວມເຖິງການບໍລິການໃນປັດຈຸບັນ ຍັງພົບກັບຄວາມຫຍຸ້ງຍາກບາງບັນຫາທີ່ເປັນສິ່ງທ້າທາຍທາງດ້ານການບໍລິການ ເຫັນວ່າຍັງຂາດແຄນແຮງງານໃນຂະແໜງທ່ອງທ່ຽວ, ໂດຍສະເພາະພະນັກງານນຳທ່ຽວ ສົ່ງຜົນໃຫ້ຫຼາຍບໍລິສັດບໍ່ສາມາດໃຫ້ບໍລິການທີ່ຮັບປະກັນຄຸນນະພາບດ້ານການບໍລິການທ່ອງທ່ຽວໄດ້. ສະນັ້ນອີງໃສ່ພາລະບົດບາດ ແລະ ແຜນກິດຈະກຳປະຈຳປີຂອງ ສສວທ ຈຶ່ງໄດ້ມີການເຝີກອົບຮົມພະນັກງານນຳທ່ຽວລະດັບຊາດຄັ້ງນີ້ຂຶ້ນ ໂດຍມີຈຸດປະສົງເພື່ອສ້າງຖັນແຖວພະນັກງານນຳທ່ຽວໃຫ້ມີຄວາມເຂັ້ມແຂງ ແລະ ມີຈໍານວນພຽງພໍກັບຄວາມຕ້ອງການຕົວຈິງຂອງການທ່ອງທ່ຽວລາວ.
ຊຸດອົບຮົມຄັ້ງນີ້ຈະໃຊ້ເວລາ 56 ວັນ, ປະກອບມີ 24 ວິຊາຮຽນ ແລະ ໄດ້ເຊີນວິທະຍາກອນມາບັນຍາຍພິເສດຈາກກົມກອງກ່ຽວຂ້ອງ ເພື່ອມາໃຫ້ຄວາມຮູ້ເພີ່ມເຕີມກ່ຽວກັບການທ່ອງທ່ຽວລາວ ໂດຍສະເພາະຈາກກົມຄຸ້ມຄອງທຸລະກິດທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ແລະ ກົມໂຄສະນາການທ່ອງທ່ຽວ ລວມໄປເຖິງສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຄົມພະນັກງານນຳທ່ຽວ ຊຶ່ງມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງສໍາເລັດການອົບຮົມ ສສວທ ຈະໄດ້ສົ່ງລາຍຊື່ຜູ້ທີ່ໄດ້ຮັບການຢັ້ງຢືນ ການອົບຮົມໃຫ້ກັບກົມຄຸ້ມຄອງທຸລະກິດທ່ອງທ່ຽວເພື່ອອອກບັດນຳທ່ຽວໃນຂັ້ນຕໍ່ໄປ.

