ອາຊຽນ +3 ເພີ່ມທະວີການຮ່ວມມື ເພື່ອແກ້ໄຂບັນຫາສິ່ງແວດລ້ອມ ທີ່ມີຜົນກະທົບອັນໃຫຍ່ຫລວງ ຕໍ່ຊີວິດການເປັນຢູ່ຂອງມວນມະນຸດ ທັງພາກພື້ນ ແລະ ໂລກ

ກອງປະຊຸມລັດຖະມົນຕີ ສິ່ງແວດລ້ອມອາຊຽນ +3 ຄັ້ງທີ 18 (ສປ ຈີນ, ຍີ່ປຸ່ນ, ສ ເກົາ ຫລີ) ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2023 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້, ແນໃສ່ເພື່ອເພີ່ມທະວີການພົວພັນ ແລະ ການຮ່ວມມືດ້ານສິ່ງແວດລ້ອມ ລະຫວ່າງບັນດາປະເທດສະມາຊິກອາຊຽນ ກັບຄູ່ຮ່ວມມືເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ໂດຍມີຈຸດປະສົງສໍາຄັນເພື່ອສ້າງຜົນປະໂຫຍດ ເຊິ່ງກັນ ແລະ ກັນ ໃນອະນາຄົດ ຄື: ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກໍາ ຂອງການຮ່ວມມືດ້ານສິ່ງແວດລ້ອມ ແລະ ແຜນການສືບ ຕໍ່ຮ່ວມມືດ້ານສິ່ງແວດລ້ອມ ລະຫວ່າງອາຊຽນກັບ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ໃນປີ 2024.
ໃນໂອກາດນີ້, ທ່ານນາງ ບຸນຄໍາ ວໍລະຈິດ ໄດ້ກ່າວວ່າ: ສິ່ງແວດລ້ອມແມ່ນບັນຫາທີ່ສໍາຄັນ ແລະ ມີຜົນກະທົບອັນໃຫຍ່ຫລວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ຊີວິດການເປັນຢູ່ຂອງມວນມະນຸດ ທັງໃນລະດັບພາກພື້ນ ແລະ ໃນໂລກ. ດັ່ງນັ້ນ, ຄວາມພະຍາຍາມຮ່ວມກັນ ແມ່ນມີຄວາມຈໍາເປັນເພື່ອແກ້ໄຂບັນຫາດັ່ງກ່າວ. ພວກເຮົາມີຄວາມຮັບຜິດຊອບຢ່າງເຕັມທີ່ ເພື່ອແນໃສ່ນຳເອົາໝາກຜົນ ຂອງກອງປະຊຸມສະຫະປະຊາຊາດ ວ່າດ້ວຍການພັດທະນາແບບຍືນຍົງ ເຊິ່ງລວມມີຫລາຍບັນຫາ ກ່ຽວກັບການເຄື່ອນໄຫວພາຍໃຕ້ຂອບອາຊຽນບວກສາມ ເຊັ່ນ: ການປົກປັກຮັກສາສິ່ງແວດລ້ອມ, ເມືອງທີ່ຍືນຍົງ, ໄພພິບັດດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຊີວະນາໆພັນ ແລະ ອື່ນໆ. ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວຕື່ມວ່າ: ການຮ່ວມມືເປັນສິ່ງສໍາຄັນເພື່ອແກ້ໄຂບັນຫາ. ສະນັ້ນ, ການພົວພັນ ຮ່ວມມືກັນຢ່າງເລິກເຊິ່ງ ກັບປະຊາຊົນນອກພາກພື້ນ ເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ໃນທຸກຂົງເຂດດັ່ງກ່າວ ຈະນຳເອົາໝາກຜົນທີ່ສຳຄັນບໍ່ສະເພາະພຽງແຕ່ ມາໃຫ້ປະຊາຊົນຂອງພວກເຮົາເທົ່ານັ້ນ ແຕ່ຍັງ ລວມເຖິງປະຊາຊົນໃນທົ່ວໂລກ ໃນດ້ານສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຍືນຍົງ. ດັ່ງນັ້ນ, ການຮ່ວມມືໃນດ້ານນະວັດຕະກໍາກັບ 3 ຄູ່ຮ່ວມມື ທີ່ມີຄຸນຄ່າຂອງອາຊຽນ ຕ້ອງໄດ້ຮັບການປັບປຸງ ເຊິ່ງຈະເປັນແນວທາງສໍາຄັນ ເພື່ອເຮັດໃຫ້ສາມາດເອົາຊະນະສິ່ງທ້າທາຍລະດັບໂລກເຫລົ່ານີ້ໄດ້. ການສືບຕໍ່ຮ່ວມມືກັບ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ແມ່ນກຸນແຈເພື່ອບັນລຸການພັດທະ ນາແບບຍືນຍົງ ສໍາລັບປະເທດສະມາຊິກອາຊຽນ.
ທ່ານ ນາງ ບຸນຄໍາ ວໍລະຈິດ ຍັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານລາວ ແລະ ປະເທດສະມາ ຊິກອາຊຽນ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຢ່າງຕັ້ງໜ້າແກ່ອາຊຽນ, ພ້ອມທັງສະແດງຄວາມຂອບໃຈຕໍ່ກອງເລຂາອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ແກ່ປະເທດສະມາຊິກອາຊຽນ.

