ສະພາແຫ່ງຊາດ ເພີ່ມທະວີການກວດກາວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

ວັນທີ 6 ມິຖຸນາ 2023, ກໍາມາທິການບັນດາເຜົ່າ (ກບຜ) ສະພາແຫ່ງຊາດ ຈັດກອງປະຊຸມ ເພື່ອເປັນເອກະພາບບັນດາຄາດໝາຍ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2023 (ໃນຮູບແບບທາງໄກ)  ເປັນປະທານຂອງທ່ານ ຄໍາຈັນ ໂສຕະປະເສີດ ປະທານກໍາມາທິການບັນດາ ເຜົ່າສະພາແຫ່ງຊາດ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດລວງດຽວກັນ ແລະ ມີຄວາມສະດວກ ໃນການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.

ກອງປະຊຸມ ໄດ້ຮັບຟັງການສະເໜີການຕິດຕາມກວດກາ ບັນດາຄາດໝາຍຂອງ ວຽກງານພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງກໍາມາທິການບັນດາເຜົ່າ ຈາກທ່ານຮອງປະທານກໍາມາທິການບັນດາເຜົ່າ ແລະ ການປະກອບຄໍາຄິດຄໍາເຫັນ ຂອງທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ການປະກອບຄໍາຄິດຄໍາເຫັນ ຂອງຫົວໜ້າ-ຮອງຫົວໜ້າພະແນກແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ນະຄອນຫລວງວຽງຈັນ.