ທະນາຄານແຫ່ງ ສປປ ລາວ ປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເປັນທາງການ

ວັນທີ 01 ມິຖຸນາ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ພ້ອມດ້ວຍການເຂົ້າຮ່ວມຢ່າງພ້ອມພຽງ.
ອີງໃສ່ສະພາບປັດຈຸບັນຂອງ ສປປ ລາວ ທີ່ມີການເຊື່ອມໂຍງ ແລະ ເປີດກວ້າງດ້ານການຄ້າ-ການລົງທຶນຈາກຕ່າງປະເທດ ໃນຂະນະທີ່ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອນຳເຂົ້າສິນຄ້າຈາກຕ່າງປະເທດມີທ່າອ່ຽງສູງຂຶ້ນ. ສະນັ້ນ, ເຫັນໄດ້ເຖິງສະພາບຄວາມຈໍາເປັນຕົວຈິງຂອງວຽກງານດັ່ງກ່າວ ພັກ ແລະ ລັດຖະບານ ຈຶ່ງເຫັນດີໃຫ້ ທຫລ ດໍາເນີນການຄົ້ນຄວ້າສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 04/ຫສພ, ລົງວັນທີ 13 ມັງກອນ 2023 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 09/ຫສນຍ, ລົງວັນທີ 27 ມັງກອນ 2023.
ເພື່ອເຮັດໜ້າທີ່ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ພ້ອມທັງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງລາຍຮັບຈາກການຄ້າ, ການບໍລິການ, ການລົງທຶນ, ໜີ້ສິນ ແລະ ສິນເຊື່ອການຄ້າລະຫວ່າງປະເທດ, ຕິດຕາມ, ກວດກາ ກະແສເງິນໄຫຼເຂົ້າ-ອອກ ສປປ ລາວ ໃຫ້ທັນສະພາບ, ຄົບຖ້ວນ, ທັນສະໄໝ ແລະ ສາມາດເຊື່ອມຈອດກັບພາກສ່ວນກ່ຽວຂ້ອງ ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດເປັນລະບົບຄົບຊຸດ; ຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບ, ຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດແບບຊະຊາຍໃນສັງຄົມ.
ດ້ານກົງຈັກການຈັດຕັ້ງຂອງກົມດັ່ງກ່າວ ແມ່ນໄດ້ແຕ່ງຕັ້ງທ່ານ ເພັດສະຖາພອນ ແກ້ວວົງວິຈິດ ເປັນຫົວໜ້າກົມ ແລະ ທ່ານ ວັດທະນາ ຊານຸບານ ເປັນຮອງຫົວໜ້າກົມ ພ້ອມທັງໄດ້ມີການຍົກຍ້າຍພະນັກງານຈຳນວນໜຶ່ງຈາກກົມຕ່າງໆພາຍໃນ ທຫລ ເພື່ອປະກອບເຂົ້າໃນໂຄງປະກອບການຈັດຕັ້ງຂອງກົມດັ່ງກ່າວ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ທ່ານຜູ້ວ່າການ ທຫລ ໄດ້ໃຫ້ກຽດໂອ້ລົມໃນກອງປະຊຸມ, ໂດຍທ່ານໄດ້ເນັ້ນໜັກໃຫ້ກົມດັ່ງກ່າວ ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດຂອງຕົນ, ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ແລະ ດຳເນີນມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ. ພ້ອມທັງພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແນໃສ່ເຮັດໃຫ້ກະແສເງິນຕາຕ່າງປະເທດຜ່ານ ແລະ ລວມສູນຢູ່ໃນລະບົບທະນາຄານຫຼາຍຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະການຊຳລະກັບຕ່າງປະເທດ, ຄັງສຳຮອງເງິນຕາຕ່າງປະເທດ, ຮັກສາສະຖຽນລະພາບຂອງເງິນກີບຕໍ່ກັບເງິນຕາຕ່າງປະເທດ ແລະ ສົ່ງເສີມການຈໍລະຈອນສິນຄ້າ-ເງິນຕາພາຍໃນປະເທດ ເຮັດໃຫ້ເງິນຕາຂອງຊາດມີຄ່າທີ່ໝັ້ນທ່ຽງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.